ຂ່າວສານ ວັນບຸນ ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍຄວາມສາມັກຄີ 07/07/2024 ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024. ນັກສຶກສາລາວ ແລະ ຫວຽດນາມ ແລກປ່ຽນການສະແດງສິລະປະ (ພາບ: baodongnai.com.vn)ໃນວັນບຸນ, ນັກສຶກສາ, ຊາວໜຸ່ມ ແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ໄດ້ເຂົ້າຮ່ວມການພົບປະແລກປ່ຽນສະແດງສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ, ຮັບຊົມງານວາງສະແດງພາບຖ່າຍກ່ຽວກັບການພົວພັນມິດຕະພາບ ຫວຽດນາມ - ລາວ. ນັກສຶກສາ, ຊາວໜຸ່ມ ດົ່ງນາຍ ແລະ ນັກສຶກສາ ລາວ ກໍໄດ້ຮັບຟັງການບັນລະຍາຍຈອງທ່ານ ພອນສີ ບຸນມີໄຊ ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນປະຫວັດສາດ ກໍຄື ປັດຈຸບັນ. ນອກຈາກນັ້ນ, ຜູ້ຕາງໜ້າ ສະຫະພພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ດົ່ງນາຍ ກໍໄດ້ລາຍງານໂດຍສັງເຂບກ່ຽວກັບວຽກງານການທູດປະຊາຊົນ. ຜ່ານນັ້ນ, ເພີ່ມທະວີຄວາມສະໜິດຕິດພັນ, ຊ່ວຍຊາວໜຸ່ມສອງປະເທດມີສະຕິຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ ແລະ ຜູກພັນກັນຢ່າງໜຽວແໜ້ນມາແຕ່ດົນນານ ຂອງສອງປະເທດ. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024. ນັກສຶກສາລາວ ແລະ ຫວຽດນາມ ແລກປ່ຽນການສະແດງສິລະປະ (ພາບ: baodongnai.com.vn)ໃນວັນບຸນ, ນັກສຶກສາ, ຊາວໜຸ່ມ ແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ໄດ້ເຂົ້າຮ່ວມການພົບປະແລກປ່ຽນສະແດງສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ, ຮັບຊົມງານວາງສະແດງພາບຖ່າຍກ່ຽວກັບການພົວພັນມິດຕະພາບ ຫວຽດນາມ - ລາວ. ນັກສຶກສາ, ຊາວໜຸ່ມ ດົ່ງນາຍ ແລະ ນັກສຶກສາ ລາວ ກໍໄດ້ຮັບຟັງການບັນລະຍາຍຈອງທ່ານ ພອນສີ ບຸນມີໄຊ ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນປະຫວັດສາດ ກໍຄື ປັດຈຸບັນ. ນອກຈາກນັ້ນ, ຜູ້ຕາງໜ້າ ສະຫະພພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ດົ່ງນາຍ ກໍໄດ້ລາຍງານໂດຍສັງເຂບກ່ຽວກັບວຽກງານການທູດປະຊາຊົນ. ຜ່ານນັ້ນ, ເພີ່ມທະວີຄວາມສະໜິດຕິດພັນ, ຊ່ວຍຊາວໜຸ່ມສອງປະເທດມີສະຕິຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ ແລະ ຜູກພັນກັນຢ່າງໜຽວແໜ້ນມາແຕ່ດົນນານ ຂອງສອງປະເທດ.
ບັນດາບົດຕໍ່ໄປ ປະທານາທິບໍດີ ລັດເຊຍ - ອາເມລິກາ ສົນທະນາທາງໂທລະສັບ ປຶກສາຫາລືກ່ຽວກັບສະພາບການ ອີຣານ, ຢູແກຼນ11/03/2026ຂ່າວສານການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ. ອີຣານ ສືບຕໍ່ຖະແຫຼງບໍ່ຢຸດຍິງ11/03/2026ຂ່າວສານອິດສະຣາແອັນ ສືບຕໍ່ບຸກໂຈມຕີເຂດ ກາຊາ ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ11/03/2026ຂ່າວສານຫວຽດນາມ ແລະ UAE ຫັນເປົ້າໝາຍການຄ້າສອງຝ່າຍບັນລຸ 10 ຕື້ USD ໃຫ້ປະກົດຜົນເປັນຈິງ11/03/2026ຂ່າວສານລັດເຊຍ ພ້ອມແລ້ວທີ່ຈະເຊື່ອມຕໍ່ການຮ່ວມມືທາງດ້ານພະລັງງານກັບ ເອີຣົບ ບົນພື້ນຖານສະຖຽນລະພາບ, ຍາວນານ11/03/2026ຂ່າວສານອີຣານ ຍົກອອກບັນດາເງື່ອນໄຂຫຼຸດຜ່ອນຄວາມເຄັ່ງຕຶງ11/03/2026ຂ່າວສານສ້າງຕັ້ງສະໂມສອນເສື້ອຍາວ ຫວຽດນາມ ຢູ່ ລາວ10/03/2026ຂ່າວສານ ອ່ານເພີ່ມ