ຂ່າວສານ
ວັນທີ 4 ພະຈິກ, ຫວຽດນາມ ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 4 ຄົນຊຶ່ງມາຈາກຕ່າງປະເທດ

ພາບປະກອບ: TTXVN
ມາຮອດປັດຈຸບັນ, ຜ່ານ 63 ມື້ແລ້ວທີ່ ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ. ໄລ່ຮອດຕອນບ່າຍວັນທີ 4 ພະຈິກ, ຫວຽດນາມໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ຫາຍດີ 1069/1206 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ.
ແລະໃນວັນທີ 3 ພະຈິກ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ, ອົງການຕາງໜ້າ ຫວຽດນາມ ປະຈຳ ມາເລເຊຍ ແລະ ບໍລິສັດການບິນ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 290 ຄົນຈາກມາເລເຊຍກັບຄືນປະເທດ ຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ, ຜູ້ໂດຍສານໝົດທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
(ແຫຼ່ງຄັດຈາກ VOV)