ຂ່າວສານ
ວັນປ້ອງກັນ, ຕ້ານໄພທຳມະຊາດ ຫວຽດນາມ: ຊຸມຊົນຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານໄພທຳມະຊາດ
ວັນທີ 22 ພຶດສະພາ ແມ່ນວັນສະເຫຼີມສະຫຼອງວັນມູນເຊື້ອປ້ອງກັນຊາດ, ປ້ອງກັນໄພທຳມະຊາດ ຄົບຮອບ 80 ປີ (22 ພຶດສະພາ 1946 – 22 ພຶດສະພາ 2026). ໂດຍຕອບສະໜອງເຫດການດັ່ງກ່າວ, ໃນລະຫວ່າງວັນທີ 15 – 22 ພຶດສະພາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ປຸກລະດົມສັບປະດາແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ປີ 2026 ດ້ວຍຫົວຂໍ້ “ຊຸມຊົນຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານໄພທຳມະຊາດ”. ທ່ານ ຫງວຽນຮວ່າງຮຽບ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເນັ້ນໜັກວ່າ:
“ໂດຍຢືນຢູ່ຕໍ່ໜ້າການຜັນແປຂອງໄພທຳມະຊາດທີ່ຮ້າຍແຮງຄືໃນປັດຈຸບັນ, ພວກເຮົາຕ້ອງມີຊຸມຊົນ. ຕ້ອງມີການເຂົ້າຮ່ວມຂອງຊຸມຊົນ ພວກເຮົາຈຶ່ງປ້ອງກັນໄດ້ໃນວົງກວ້າງກວ່າ. ຄວາມຈິງໄດ້ຊີ້ໃຫ້ເຫັນວ່າ ເມື່ອຊຸມຊົນໃຫ້ການສົມທົບ, ໜູນຊ່ວຍກັນ ວຽກງານປ້ອງກັນ, ຕ້ານ, ຮັບມືກັບໄພທຳມະຊາດ ຈະມີປະສິດທິຜົນຫຼາຍກວ່າອີກ”.
ໃນວຽກງານປ້ອງກັນ, ຕ້ານໄພທຳມະຊາດໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີ ຫງວຽນຮວ່າງຮຽບ ຖືວ່າ ຫວຽດນາມ ບໍ່ອາດຊອກຫາພຽງວິທີ “ຕ້ານ” ຄືນໄພທຳມະຊາດເທົ່ານັ້ນ ຫາກຍັງຕ້ອງເປັນເຈົ້າການຄຸ້ມຄອງຄວາມສ່ຽງ, ປັບຕົວ ແລະ ດຳລົງຊີວິດຢ່າງປອດໄພກັບໄພທຳມະຊາດອີກດ້ວຍ.







