ຂ່າວສານ

ວັນປ້ອງ​ກັນ, ຕ້ານໄພ​ທຳ​ມະ​ຊາດ ຫວຽດ​ນາມ: ຊຸມ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ

ໂດຍ​ຕອບ​ສະ​ໜອງ​ວັນ​ສະ​ເຫຼີມ​ສະຫຼອງວັນ​ມູນ​ເຊື້ອ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ໄພ​ທຳ​ມະ​ຊາດ ຄົບ​ຮອບ 80 ປີ, ໃນ​ລະ​ຫວ່າງວັນ​ທີ 15 – 22 ພຶດ​ສະ​ພາ, ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ໄດ້​ປຸກ​ລະ​ດົມ​ສັບ​ປະ​ດາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ປີ 2026 ດ້ວຍ​ຫົວ​ຂໍ້ “ຊຸມ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ”.
  ທ່ານ ຫງວຽນ​ຮ​ວ່າງ​ຮຽບ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ (ພາບ: TTXVN)  

ວັນ​ທີ 22 ພຶດ​ສະ​ພາ ແມ່ນ​ວັນ​ສະ​ເຫຼີມ​ສະຫຼອງວັນ​ມູນ​ເຊື້ອ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ໄພ​ທຳ​ມະ​ຊາດ ຄົບ​ຮອບ 80 ປີ (22 ພຶດ​ສະ​ພາ 1946 – 22 ພຶດ​ສະ​ພາ 2026). ໂດຍ​ຕອບ​ສະ​ໜອງ​ເຫດ​ການ​ດັ່ງ​ກ່າວ, ໃນ​ລະ​ຫວ່າງວັນ​ທີ 15 – 22 ພຶດ​ສະ​ພາ, ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ໄດ້​ປຸກ​ລະ​ດົມ​ສັບ​ປະ​ດາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ປີ 2026 ດ້ວຍ​ຫົວ​ຂໍ້ “ຊຸມ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ”. ທ່ານ ຫງວຽນ​ຮ​ວ່າງ​ຮຽບ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ເນັ້​ນ​ໜັກ​ວ່າ:

“ໂດຍ​ຢືນ​ຢູ່​ຕໍ່​ໜ້າ​ການ​ຜັນ​ແປ​ຂອງໄພ​ທຳ​ມະ​ຊາດ​ທີ່​ຮ້າຍ​ແຮງ​ຄື​ໃນ​ປັດ​ຈຸ​ບັນ, ພວກ​ເຮົາ​ຕ້ອງ​ມີ​ຊຸມ​ຊົນ. ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊຸມ​ຊົນ ພວກ​ເຮົາ​ຈຶ່ງ​ປ້ອງ​ກັນ​ໄດ້​ໃນ​ວົງ​ກວ້າງກວ່າ. ຄວາມ​ຈິງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ເມື່ອ​ຊຸມ​ຊົນ​ໃຫ້​ການ​ສົມ​ທົບ, ໜູ​ນ​ຊ່ວຍ​ກັນ ວຽກ​ງານ​ປ້ອງ​ກັນ, ຕ້ານ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ຈະ​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ອີກ”.

ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ ຫງວຽນ​ຮ​ວ່າງ​ຮຽບ ຖື​ວ່າ ຫວຽດ​ນາມ ບໍ່​ອາດ​ຊອກ​ຫາ​ພຽງວິ​ທີ “ຕ້ານ” ຄືນ​ໄພ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເປັນ​ເຈົ້າ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ, ປັບ​ຕົວ ແລະ ດຳ​ລົງ​ຊີ​ວິດ​ຢ່າງ​ປອດ​ໄພ​ກັບ​ໄພ​ທຳ​ມະ​ຊາດອີກດ້ວຍ.


top