ຕອນບ່າຍວັນທີ 26 ພຶດສະພາ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານນາງ ຫງວຽນທິທູຮ່າ, ຮອງປະທານ ທັງເປັນເລຂາທິການ, ນຳໜ້າໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ ຢູ່ຫ້ອງການ II ສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ພະອາຈານ ທິກທ້ຽນຟາບ, ຮອງປະທານຜູ້ປະຈຳການສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດວັນບຸນວິສາຄະບູຊາ ພສ 2567 - ຄສ 2023.
ທ່ານນາງ ຫງວຽນທິທູຮ່າ ຝາກຄຳອວຍພອນພະອາຈານ ທິກທ້ຽນຟາບ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນ ຕ້ອນຮັບວັນບຸນວິສາຂະບູຊາ ຢ່າງສະຫງົບ, ມ່ວນຊື່ນ, ຜາສຸກ. ທ່ານນາງ ຫງວຽນທິທູຮ່າ ເນັ້ນໜັກວ່າ:
“ບັນດາຜູ້ມີຍົດສັກຕຳແໜ່ງ ພ້ອມກັບພໍ່ແມ່ປະຊາຊົນ, ພຸດທະສາສະນິກກະຊົນ ໄດ້ຮ່ວມເດີນທາງ, ປະກອບສ່ວນຫຼາຍຢ່າງ. ພວກເຮົາໄດ້ປະຕິບັດທິດນຳ ທັງປະຕິບັດວຽກງານສາສະໜາເປັນຢ່າງດີ, ທັງເຂົ້າຮ່ວມຕັ້ງໜ້າເຂົ້າວຽກງານປ້ອງກັນ, ຕ້ານໂລກລະບາດ, ຊ່ວຍປິ່ນປົວພະຍາດ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ເຂົ້າຮ່ວມຂະບວນການກູ້ສົນໃຫ້ເປັນຢ່າງດີ, ຮັບປະກັນຊີວິດສັງຄົມ”
ເນື່ອງໃນໂອກາດນີ້, ວັດແຫ່ງຕ່າງໆຢູ່ຫຼາຍແຂວງ, ນະຄອນ ໃນທົ່ວປະເທດກໍ່ໄດ້ຈັດການເຄື່ອນໄຫວຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ 2023 ຢ່າງສົມກຽດ.