
ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ດຶງດູດແຂກທ່ອງທ່ຽວມາຮ່ວມເປັນຈຳນວນຫລວງຫລາຍ (ພາບອິນເຕີແນັດ)
ໃນຂອບເຂດວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ 2019 ໄດ້ດຳເນີນບັນດາລາຍການຄື: ເວທີປາໄສແຫຼ່ງຊັບພະຍາກອນມະນຸດທ່ອງທ່ຽວ ຫວຽດນາມ; ງານມະໂຫລານສຽງເພງຂະແໜງທ່ອງທ່ຽວນະຄອນ, ການພົບປະແລກປ່ຽນແນະນຳກ່ຽວກັບ Startup ໝູນໃຊ້ເຕັກໂນໂລຊີໃນການທ່ອງທ່ຽວ…ຄະນະຈັດຕັ້ງໄດ້ສົມທົບກັບບັນດາວິສາຫະກິດຢ່າງແໜ້ນແຟ້ນ ເພື່ອແນະນຳໃຫ້ລູກຄ້າ 70.000 tour ທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ໂດຍບັນດາບໍລິສັດທ່ອງທ່ຽວໃຫ້ຄຳໝັ້ນສັນຍາຫລຸດລາຄາໃຫ້ລູກຄ້າເມື່ອຈົດທະບຽນຊື້ tour ທ່ອງທ່ຽວໃນຊຸມວັນດຳເນີນວັນບຸນທ່ອງທ່ຽວ.
(ແຫຼ່ງຄັດຈາກ VOV)