• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັດສວ່າຍຊໍ ກິດຈະກຳເປັນເອກະລັກ ຂອງສາສະໜາພຸດນິກາຍຣິນະຍານ ຂະແມ

ວັດສວ່າຍຊໍ ຢູ່ຕາແສງ ຈີໂຕນ ແຂວງ ອານຢາງ ແມ່ນວັດມີສະຖາປັດຕະຍະກຳສາສະໜາພຸດ ນິກາຍຣິນະຍານ ຂະແມ ທີ່ເປັນເອກະລັກ. ນີ້ແມ່ນບ່ອນຮ່ວມຊີວິດທາງສາສະໜາຂອງພໍ່ແມ່ປະຊາຊົນເຜົ່າຂະແມ ແລະ ກໍ່ແມ່ນບ່ອນຈັດຕັ້ງການຮ່ວມຊີວິດຊຸມຊົນ, ບັນດາງານບຸນເຜົ່າຂະແມຢູ່ທ້ອງຖິ່ນ

ກ່ອນປີ 1975 ວັດສວ່າຍຊໍ ຕັ້ງຢູ່ຕີນພູ ໂກໂຕ. ຍ້ອນສົງຄາມ, ວັດນີ້ຫຼັງຈາກນັ້ນໄດ້ຖືກຍົກຍ້າຍໄປຢູ່ກາງທົ່ງນາຂຶ້ນກັບຕາແສງ ໜຸຍໂຕ ເມືອງ ຈີໂຕນ ແຂວງ ອານຢາງເກົ່າ. ພະມະຫາອາຈານ ເຈົາຕີ ເຈົ້າອະທິການວັດ ສວ່າຍຊໍ ຮອງສາດສະດາສະພາສົງ ສະມາຄົມພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າ:

“ວັດສວ່າຍຊໍ ຖືກກໍ່ສ້າງຄືນເມືອປີ 1980 ຍ້ອນເຫດຜົນວັດເກົ່າຕັ້ງຢູ່ເຂດທ່ອງທ່ຽວສວຍຢ່າງ, ຄາວນັ້ນເກີດສົງຄາມ ດັ່ງນັ້ນວັດເກົ່າຖືກຍົກຍ້າຍໄປຍັງວັດ ໄປຣແວັງ ຢູ່ເມືອງ ຈີໂຕນເກົ່າ ແລະ ປີ 1980 ຈຶ່ງກໍ່ສ້າງຄືນ. ວັດເກົ່າ ແລະ ວັດປະຈຸບັນໄດ້ຜ່ານເຈົ້າອະທິການວັດຂອງພະມະຫາອາຈານ 9 ອົງ”.

 ກໍ່ເຊັ່ນດຽວກັນກັບວັດຕ່າງໆຂອງເຜົ່າຂະແມ, ວັດສວ່າຍຊໍ ມີສະຖາປັດຕະຍະກຳເປັນເອກະພາບຄື ປະຕູໂຂງຂອງວັດ, ຫໍບູຊາໃຫຍ່, ກຸດຕິ, ບ່ອນສອນສາສະໜາ, ທາດອັດຖິ… ສະເພາະຫໍບູຊາໃຫຍ່ ແມ່ນບ່ອນທີ່ເປັນເອກະລັກຂອງສິລະປະສະຖາປັດຕະຍະກຳ ການແກະຄວັດສະຫຼັກປະດັບປະດາຂອງຊາວເຜົ່າຂະແມ. ວັດສວ່າຍຊໍ

ຫໍບູຊາໃຫຍ່ ແມ່ນບ່ອນທີ່ເປັນເອກະລັກ ສິລະປະສະຖາປັດຕະຍະກຳ

ມີຫຼັງຄາດ້ວຍຮູບໂຄ້ງຫຼາຍຊັ້ນ ປະດັບປະດາສວຍງາມ ມີຮູບປັ້ນພະພຸດທະເຈົ້າຫຼາຍຮູບ ແລະ ລວດລາຍແກະຄວັດສະຫຼັກຢ່າງລະອຽດອ່ອນ. ພິເສດວັດສວ່າຍຊໍ ຍັງເກັບຮັກສາຊຸດຄຳພີໃບລານ ເຊິ່ງເປັນວັດຖຸວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ອ້າຍ ກີມຊອມຣີທີ ຜູ້ແປພາສາ ທັງຊ່ວຍວຽກໃຫ້ພະມະຫານອາຈານ ເຈົາຕີ ໃຫ້ຮູ້ວ່າ:

 “ວັດສວ່າຍຊໍ ເຂັ້ມຂົ້ນໄປດ້ວຍສີສັນສະຖາປັດຕະຍະກຳວັດທະນະທຳເຜົ່າຂະແມ ພ້ອມກັບສະຖາປັດຕະຍະກຳທີ່ກ່ຽວຂ້ອງເຖິງພຸດທະສາສະໜານິກາຍຣິນະຍານ. ນີ້ແມ່ນວັດມີຊື່ສຽງໃນວົງຄະນາຍາດເຜົ່າຂະແມ. ສ່ວນໜຶ່ງແມ່ນຍ້ອນພະມະຫາອາຈານເປັນເຈົ້າອະທິການວັດມີຍົດສັກຕຳແໜ່ງສູງ. ນອກຈາກນັ້ນສະຖາປັດຕະຍະກຳ ກໍ່ສວຍງາມກວ່າວັດອື່ນໆ ເຊິ່ງໄດ້ຮັບການອະນຸລັກເປັນຢ່າງດີ”.

 ປະຊາຊົນໄປນະມັດສະການໄຫວ້ບູຊາຢູ່ບັນດາວັດສາສະໜາພຸດນິກາຍຣິນະຍານ ຂະແມກໍ່ນຳເອົາເຄື່ອງຂອງບູຊາທີ່ງ່າຍດາຍ. ເຄື່ອງຂອງບູຊາເຄີຍແມ່ນທູບ ທຽນ ໝາກໄມ້ ເຂົ້າໜົມ ນ້ຳຫວານ ເຂົ້າໜຽວ… ລຸງ ເຈົາຣິກ ຢູ່ແຂວງ ອານຢາງ ໃຫ້ຮູ້ວ່າ:

 “ເມື່ອໄປວັດເຮົາກໍ່ພາວະນາໃຫ້ສຸຂະພາບແຂງແຮງ ການດຳລົງຊີວິດອີ່ມໝຳສຳລານ ແລະ ຜາສຸກ ລະການຜະລິດໄດ້ຮັບຜົນດີ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ພະພຸດທະເຈົ້າ, ສ້າງການດຳລົງຊີວິດ ແລະ ສາສະໜາໃຫ້ດີງາມ. ຊາວທ້ອງຖິ່ນມີຄວາມເອກອ້າງທະນົງໃຈເມື່ອມີ ວັດສວ່າຍຊໍ ເຊິ່ງແມ່ນວັດງາມມີພະອາຈານມະຫາ ມີຄວາມເກັ່ງກ້າສາມາດເປັນເຈົ້າອະທິການວັດ”.

 ແຕ່ລະປີວັດໄດ້ຈັດຕັ້ງບັນດາງານບຸນປະເພນີຄື ຈອນຈະດຳເທືອເມິຍ, ອັອກອອມບັອກ ແລະ ແຊນໂດນຕາ. ກໍ່ເຊັ່ນດຽວກັນກັບວັດອື່ນໆຂອງເຜົ່າຂະແມ, ວັດສວ່າຍຊໍ ກໍ່ເປີດຊຸດຮຽນໂດຍບໍ່ເກັບຄ່າໃຫ້ແກ່ນັກຮຽນໃນໂອກາດຍາມພັກແລ້ງ. ສວ່າຍຊໍ ແມ່ນໜຶ່ງໃນບັນດາວັດເຜົ່າຂະແມ ທຳອິດຢູ່ເຂດ ໄບ໋ໜຸຍ ແຂວງ ອານຢາງ ໄດ້ຮັບການຮັບຮອງ ແມ່ນປູຊະນີຍະສະຖານວັດທະນະທຳ. ວັດນີ້ກໍ່ແມ່ນ

(ແຫຼ່ງຄັດຈາກ VOV)

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

ວັນທີ 10 ກຸມພາ, ຄະນະຜູ້ແທນກຳລັງປະກອບອາວຸດ ແຂວງ Mondulkiri (ກຳປູເຈຍ) ໂດຍທ່ານພົນຈັດຕະວາ ແຮມໂບນາແຣນ, ຫົວໜ້າຜູ້ບັນຊາການສາລະວັດທະຫານແຂວງ Mondulkiri ເປັນຫົວໜ້າຄະນະມາຢ້ຽມຢາມ, ອວຍພອນບຸນປີໃໝ່ທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026.

Top