• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັງ Kremlin ແລະ ທຳນຽບຂາວ ຍັງບໍ່ທັນຢັ້ງຢືນການໂອ້ລົມທາງໂທລະສັບລະຫວ່າງການນຳ ລັດເຊຍ ແລະ ອາເມລິກາ

ໂຄສົກວັງ Kremlin ທ່ານ Dmitry Peskov ຊີ້ແຈ້ງວ່າ, ທ່ານ “ບໍ່ສາມາດຢັ້ງຢືນ ກໍຄືປະຕິເສດ” ຂໍ້ມູນກ່ຽວກັບບັນດາການພົບປະລະຫວ່າງທ່ານປະທານາທິບໍດີ Vladimir Putin ແລະ ຄູ່ຕຳແໜ່ງ Donald Trump ກ່ຽວກັບບັນຫາ ຢູແກຼນ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບປະກອບ: THX/TTXVN)

ທັງວັງ Kremlin ແລະ ທຳນຽບຂາວ ລ້ວນແຕ່ຍັງບໍ່ທັນຢັ້ງຢືນຂໍ້ມູນທີ່ລົງພິມໃນໜັງສືພິມ The New York Post ສະບັບອອກວັນທີ 08 ກຸມພາ ຕໍ່ເລື່ອງ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເພື່ອປຶກສາຫາລືເລື່ອງຢຸດຕິການປະທະກັນຢູ່ ຢູແກຼນ.

ໃນຖະແຫຼງການທີ່ສຳນັກໂດຍຂ່າວສານ TASS ລົງພິມໃນວັນທີ 09 ກຸມພາ, ໂຄສົກວັງ Kremlin ທ່ານ Dmitry Peskov ຊີ້ແຈ້ງວ່າ, ທ່ານ “ບໍ່ສາມາດຢັ້ງຢືນ ກໍຄືປະຕິເສດ” ຂໍ້ມູນກ່ຽວກັບບັນດາການພົບປະລະຫວ່າງທ່ານປະທານາທິບໍດີ Vladimir Putin ແລະ ຄູ່ຕຳແໜ່ງ Donald Trump ກ່ຽວກັບບັນຫາ ຢູແກຼນ. ໃນຂະນະນັ້ນ, ທຳນຽບຂາວກໍ່ຍັງບໍ່ທັນໄດ້ຍົກອອກຄຳຄິດເຫັນໃດກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງການນຳ 2 ທ່ານ. ກ່ອນໜ້ານັ້ນ, ໜັງສືພິມ The New York Post (ອາເມລິກາ) ໄດ້ໃຫ້ຂ່າວວ່າ, ໃນການສຳພາດເມື່ອວັນທີ 07 ກຸມພາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ, ທ່ານໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin.

ໃນຊຸມອາທິດມໍ່ໆມານີ້, ທ່ານປະທານາທິບໍດີ Donald Trump ໄດ້ສະແດງໃຫ້ເຫັນເປັນຫຼາຍຄັ້ງວ່າ ພ້ອມແລ້ວທີ່ຈະປຶກສາຫາລືກັບຄູ່ຕຳແໜ່ງ ລັດເຊຍ. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ຂອງ 2 ປະເທດລ້ວນແຕ່ຍັງບໍ່ທັນຍົກອອກຄຳຢັ້ງຢືນຢ່າງເປັນທາງການກ່ຽວກັບການພົບປະໃດໆລະຫວ່າງການນຳ 2 ທ່ານ.

(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອ​ກະ​ພາບ ວັນ​ທີ 30 ເມ​ສາ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ ທີ 01 ພຶດ​ສະ​ພາ ປີ 2026, ຂະ​ແໜງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ແລະ ສະ​ຖານ​ທີ່ຢ​້ຽມ​ຊົມ​ຕ່າງໆ​ໄດ້​ຈັດຫຼາຍ​ກິດ​ຈະ​ກຳ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ລັກ​ສະ​ນະ​ລົງ​ຕົວ​ຈິງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.

Top