• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລ​າຍ​ການ “ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ເດືອນ​ກໍ​ລະ​ກົດ” ຢູ່​ແຂວງ​ບັກ​ກ້ານ

ລາຍການສະແດງຄວາມຮູ້ບຸນຄຸນ ປີນີ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄື: ຈູດທູບທຽນສະແດງຄວາມຮູ້ບຸນຄຸນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ; ຢ້ຽມຊົມເຂດຮ່ອງຮອຍສະຖານປະຫວັດສາດ ເຂດປອດໄພ (ATK) ນ່າເປົາ...
ຜູ້ຕາງໜ້າຄະນະຈັດຕັ້ງມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ (ພາບ: ຄະນະຈັດຕັັ້ງ)

ໂດຍມຸ່ງໄປເຖິງການສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2024), ວັນທີ 13 ກໍລະກົດ, ສູນໂທລະພາບມະນຸດສະທຳ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ບັກກ້ານ, ສະພາກາແດງ ແຂວງບັກກ້ານ, ຄະນະກຳມະການປະຊາຊົນເມືອງ ເຈີ້ດົນ ຈັດລາຍການ “ສະແດງຄວາມຮູ້ບຸນຄຸນເດືອນກໍລະກົດ” ຢູ່ຕາແສງ ເລືອງບັ່ງ, ເມືອງເຈີ້ດົນ, ແຂວງບັກກ້ານ. ເຂົ້າຮ່ວມລາຍການມີທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງຫວຽດນາມ; ທ່ານ ຟ້າມຢຸຍຮຶງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກກ້ານ. ລາຍການມີການຮ່ວມເດີນທາງຂອງທະນາຄານການຄ້າຫຸ້ນສ່ວນສະຖານີໄປສະນີ ລຽນຫວຽດ, ທະນາຄານກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໂຮງໝໍມິດຕະພາບ ຫວຽດນາມ -ໂຊຫວຽດ…

ລາຍການສະແດງຄວາມຮູ້ບຸນຄຸນ ປີນີ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄື: ຈູດທູບທຽນສະແດງຄວາມຮູ້ບຸນຄຸນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ; ຢ້ຽມຊົມເຂດຮ່ອງຮອຍສະຖານປະຫວັດສາດ ເຂດປອດໄພ (ATK) ນ່າເປົາ, ພົບປະແລກປ່ຽນສະແດງສິລະປະ; ກວດປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍເສຍຄ່າ, ມອບຂອງຂວັນ ແລະ ເງິນສົດໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ແມ່ຫວຽດນາມວິລະຊົນກ່ວາ 300 ພູດ…

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5 ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ.

Top