• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງ​ທຶນ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມ​ແມ່ນ​ການ​ລົງ​ທຶນ​ຍຸດ​ທະ​ສາດ​ໃຫ້​ແກ່​ອະ​ນາ​ຄົດ ຫວຽດ​ນາມ - ຈີນ

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ພິ​ເສດ​ການ​ສຶກ​ສາ, ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເພາະ​ສະ​ນັ້ນ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ເລື່ອງ​ນຳ​ໄວ​ໜຸ່ມ​ລຸ້ນ​ປັດ​ຈຸ​ບັນ​ອອກ​ໄປ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ, ເຂົ້າ​ເຖິງ​ບັນ​ດາ​ສູນ​ພູມ​ປັນ​ຍາ ແລະ ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ໂລກ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ (ພາບ: VOV)  

ໃນ​ຂອບ​ເຂດ​ການ​ເດີນ​ທາງ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ຈີນ, ຕອນ​ບ່າຍ​ວັນ​ທີ 14 ເມ​ສາ, ຕາມ​ເວ​ລາ​ທ້ອງ​ຖິ່ນ), ຢູ່​ນະ​ຄອນຫຼວງ ປັກ​ກິ່ງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ເຂົ້າ​ຮ່ວມ “ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ສຶກ​ສາ​ຂັ້ນ​ ມະ​ຫາ​ວິ​ທະ​ຍາ​ໄລດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ນັດ​ວັດຕະ​ກຳ ຫວຽດ​ນາມ - ຈີນ” ແລະ ມີ​ບົດ​ກ່າວ​ຄຳ​ເຫັນ​ສຳ​ຄັນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຊິນ​ຫວາ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ພິ​ເສດ​ການ​ສຶກ​ສາ, ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເພາະ​ສະ​ນັ້ນ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ເລື່ອງ​ນຳ​ໄວ​ໜຸ່ມ​ລຸ້ນ​ປັດ​ຈຸ​ບັນ​ອອກ​ໄປ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ, ເຂົ້າ​ເຖິງ​ບັນ​ດາ​ສູນ​ພູມ​ປັນ​ຍາ ແລະ ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ໂລກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

ໃນ​ການ​ກຳ​ນົດ​ທິດ​ນັ້ນ, ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຕ້ອງ​ແມ່ນ​ຂົງ​ເຂ​ດ​ບຸ​ລິ​ມະ​ສິດ​ຂອ​ງ​ນະ​ໂຍ​ບາຍບຸ​ລິ​ມະ​ສິດ. ເພື່ອກ້າວ​ເດີນ​ໄວ​ໃນ​ສະ​ຕະ​ວັດ​ທີ XXI, ຫວຽດ​ນາມ ຈຳ​ເປັນ​ຕ້ອງ​ມີຄົນ​ລຸ້ນ​ໃໝ່​ທີ່ມີ​ພື້ນ​ຖານ​ວິ​ທະ​ຍາ​ສາດອັນ​ໝັ້ນ​ແກ່ນ, ມີ​ຄວາ​ມ​ສາ​ມາດ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ, ມີ​ຈິນ​ຕະ​ນາ​ການ​ນະ​ວັດ​ຕະ​ກຳ ແລະ ມີ​ຄຸນ​ນະ​ທາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ໃຫ້ ​ນັກ​ສຶກ​ສາ, ນັກ​ຄົ້ນ​ຄ້​ວາ, ນັກ​ວິ​ທະ​ຍາ​ສາດ​ໜຸ່ມ​ຂອງ​ຕົນ​ ນັບ​ມື້​ນັບຫຼາຍ​ໄດ້​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ ຢູ່​ບັນ​ດາ​ສູນ​ບຳ​ລຸງ​ສ້າງ, ຄົ້ນ​ຄ້ວ​າ​ແຖວ​ໜ້າ​ຂອງ​ຈີນ, ໃນ​ນັ້ນ​ມີ​ມະ​ຫາ​ວິ​ທະ​ຍາ​ໄລ​ ຊິນ​ຫວາ.

(ແຫຼ່ງຄັດຈາກ VOV)

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ຂອງ​ປະ​ເທດ ສ​ປ​ປ.ລາວ ແລະ ບຸນປີ​ໃໝ່ Chol Chhnam Thmey ຂອງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ບັນ​ດາ​ການ​ນຳ ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ.

Top