• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ໂທ​ລະ​ພາບພິ​ເສດ “ສອງ​ຊາດ​ຫວຽດນາງ​ - ລາວ ພົວ​ພັນ​ສາ​ມັກ​ຄີ"

ຜ່ານບັນດາລາຍການສະແດງສິລະປະພິເສດ, ບັນດາບົດສາລະຄະດີຫົວເລື່ອງສະເພາະ ແລະການພົວພັນແລກປ່ຽນກັບແຂກຖືກເຊີນມາຈາກສອງປະເທດ ຫວຽດນາມ, ລາວ, ລາຍການໄດ້ວາດພາບສັງລວມກ່ຽວກັບການພົວພັນພິເສດ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ.

ຜ່ານບັນດາລາຍການສະແດງສິລະປະພິເສດ, ບັນດາບົດສາລະຄະດີຫົວເລື່ອງສະເພາະ ແລະການພົວພັນແລກປ່ຽນກັບແຂກຖືກເຊີນມາຈາກສອງປະເທດ ຫວຽດນາມ, ລາວ, ລາຍການໄດ້ວາດພາບສັງລວມກ່ຽວກັບການພົວພັນພິເສດ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ.

   

ລາຍການພິເສດ “ສອງຊາດຫວຽດນາງ - ລາວ ພົວພັນສາມັກຄີ" (ພາບ: TTXVN)

ຕອນຄ່ຳວັນທີ 29 ສິງຫາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ, ກຳມາທິການການຕ່າງປະເທດ ສະພາແຫ່ງຊາດ, ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ລາວ ແລະ ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັນປະຕິບັດລາຍການໂທລະພາບພິເສດ “ສອງຊາດຫວຽດ - ລາວ ໄດ້ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”. ລາຍການເພື່ອແນໃສ່ເຊີດຊູຂອບຂະໜາດ  ແລະ ມຸນຄ່າພິເສດ ຂອງການພົວພັນ ຫວຽດນາມ - ລາວ, ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ, ນັກຮົບ ແລະ ປະຊາຊົນສອງປະເທດໃນພາລະກິດແຫ່ງການຕໍ່ສູ້ເພື່ອພື້ນຖານເອກະລາດແຫ່ງຊາດ, ພ້ອມທັງຢ້ຳຄືນມູນເຊື້ອການພົວພັນທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ. ເຂົ້າຮ່ວມລາຍການມີທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາ, ທ່ານ ເຈິ່ນແທັງເໝີ້ນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ.

ລາຍການລວມມີ 5 ພາກສ່ວນ: “ນ້ຳໃຈມິດຕະພາບໜຶ່ງຮ້ອຍປີ”, “ປະທານໂຮ່ຈີມິນ - ຜູ້ສ້າງພື້ນຖານໃຫ້ແກ່ການພົວພັນຫວຽດນາມ - ລາວ”, “ຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ, ສັນຍາລັກຂອງການພົວພັນອັນຍິ່ງໃຫຍ່, ນ້ຳໃຈສາມັກຄີສູ້ຮົບແບບພິເສດ”, “ການຮ່ວມມືດ້ານການສຶກສາບຳລຸງສ້າງ -ນັກຮຽນຕ່າງປະເທດ” ແລະ “ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ”. ຜ່ານບັນດາລາຍການສະແດງສິລະປະພິເສດ, ບັນດາບົດສາລະຄະດີຫົວເລື່ອງສະເພາະ ແລະການພົວພັນແລກປ່ຽນກັບແຂກຖືກເຊີນມາຈາກສອງປະເທດ ຫວຽດນາມ, ລາວ, ລາຍການໄດ້ວາດພາບສັງລວມກ່ຽວກັບການພົວພັນພິເສດ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ.

ໃນຂອບເຂດຂອງລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 20 ພູດແມ່ນປຶ້ມເງິນຟາກປະຢັດໃຫ້ແກ່ນັກປະຕິວັດອາວຸໂສ, ແມ່ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດ, ທະຫານເຈັບປ່ວຍ, ທະຫານເສຍອົງຄະຜ່ານ ສົງຄາມສະໄໝຕ່າງໆ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top