ລາຍການດັ່ງກ່າວໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈັດຂຶ້ນ, ແມ່ນເຫດການສິລະປະຈຸດສຸມນອນໃນຫຼາຍກິດຈະກຳ “ໄລຍະທາງ 80 ປີແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”.
ລາຍການໄດ້ດຳເນີນດ້ວຍສິບລາຍການສະແດງທີ່ໄດ້ຮັບການລົງທຶນຢ່າງລະອຽດລະອໍ, ນຳພາຜູ້ຊົມຜ່ານ 3 ພາກ ລວມມີ: ຫວຽດນາມ ໃນໃຈຂອງຂ້ອຍ ແມ່ນຄຳກ່ອມແຫ່ງຄວາມຊົງຈຳ, ຫວຽດນາມ ໃນໃຈຂ້ອຍແມ່ນບັນດາການເດີນທາງ, ຫວຽດນາມ ໃນໃຈຂອງຂ້ອຍແມ່ນດິນແດນມະຫັດສະຈັນ.
“ຂ້າພະເຈົ້າຊື່ວ່າ ຟ້າມກວັກຮຶງ, ແມ່ນຜູ້ອຳນວຍການປະດິດຄິດສ້າງຂອງ ລາຍການສິລະປະ ຫວຽດນາມ ໃນໃຈຂອງຂ້ອຍ. ດ້ວຍນ້ຳໃຈຮັກຊາດ, ພວກຂ້າພະເຈົ້າພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອອຸທິດສ່ວນ, ນຳມາເຊິ່ງການສຳຜັດທີ່ດີທີ່ສຸດໃຫ້ແກ່ຜູ້ຊົມ, ຄຸນຄ່າຂອງຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ”.
“ນ້ອງຊື່ວ່າ ຫວູທິອຽນ ມາຈາກ ບາວີ່. ນ້ອງເຫັນວ່າ ລາຍການມື້ນີ້ຄັກຫຼາຍ, ນ້ອງຮູ້ສຶກເອກອ້າງທະນົງໃຈທີ່ເປັນຊາວ ຫວຽດນາມ”.