ຕອນຄ່ຳວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ໜັງສືພິມຜູ້ແທນປະຊາຊົນໄດ້ຈັດລາຍການສະແດງສິລະປະການເມືອງ “ແສງແດດບາດິ່ງ” ຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 81 ປີແຫ່ງວັນປະຕິວັດ ເດືອນສິງຫາ (19/8/1945 - 19/8/2026) ສຳເລັດ ແລະ 81 ປີແຫ່ງວັນຊາດ (2/9/1945 - 2/9/2026). ທ່ານເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາທ່ານນາງ ຫງວຽນທິແທັງງາ ເຂົ້າຮ່ວມລາຍການ.
“ແສງແດດບາດິ່ງ” ສ້າງຂຶ້ນຜ່ານສິລະປະໄດ້ວາດພາບຂະບວນການນັບແຕ່ວັນທີ່ປະທານໂຮ່ຈີມິນກັບເມືອປະເທດຊີ້ນຳການປະຕິວັດ ຫວຽດນາມໂດຍກົງເມື່ອປີ 1941 ຕະຫຼອດຮອດລະດູໄບໄມ້ຫຼົ່ນປະຫວັດສາດເມື່ອປີ 1945, ສາຖະປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ; ຈາກການເລືອກຕັ້ງສະພາແຫ່ງຊາດ ຫວຽດນາມ ຄັ້ງທຳອິດຕະຫຼອດຮອດໄລຍະ 80 ປີ ສະພາແຫ່ງຊາດຮ່ວມເດີນທາງພ້ອມກັບຊົນຊາດໃນພາລະກຳແຫ່ງການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປ່ຽນແປງໃໝ່, ສ້າງສັນ ແລະ ພັດທະນາ.
ລາຍການສະແດງສິລະປະການເມືອງ “ແສງແດດບາດິ່ງ” ບໍ່ພຽງແຕ່ແມ່ນການສະແດງຄວາມຮູ້ບູນຄູນຕໍ່ລຸ້ນພໍ່ລຸ້ນອ້າຍທີ່ໄດ້ສ້າງຄວາມເປັນເອກະລາດເທົ່ານັ້ນ ຫາກຍັງແມ່ນບົດເພງທີ່ປຸກລຸກນ້ຳໃຈຮັກຊາດ ແລະ ຄວາມມຸ່ງຫວັງອຸທິດສ່ວນອີກດ້ວຍ.






