ໂດຍສືບຕໍ່ຜົນສຳເລັດຂອງ Festival ທັງລອງ - ຮ່າໂນ້ຍ ຄັ້ງທີ I ປີ 2025, Festival ທັງລອງ - ຮ່າໂນ້ຍຄັ້ງທີ II ປີ 2026 ດ້ວຍຫົວຂໍ້ “ກະແສມໍລະດົກ - Heritage Flow” ຈະດຳເນີນແຕ່ວັນທີ 11 – 20 ກັນຍາ 2026, ຢູ່ຮ່າໂນ້ຍ.
ທ່ານນາງ ເລທິມາຍ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ການຖະແຫຼງຂ່າວ. (ພາບ: VNA)
Festival ທັງລອງ - ຮ່າໂນ້ຍ ປີ 2026 Festival ໂດຍພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວນະຄອນ ຮ່າໂນ້ຍເປັນເຈົ້າພາບຈັດຕັ້ງ, ສົມທົບກັບບັນດາພະແນກ, ຄະນະ, ຂະແໜງການ, ທ້ອງຖິ່ນ ແລະ ຫົວໜ່ວຍທີ່ກ່ຽວຂ້ອງຈັດຂຶ້ນ, ເພື່ອແນໃສ່ສືບຕໍ່ເຊີດຊູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳ ທັງລອງ - ຮ່າໂນ້ຍ. Festival ທັງລອງ - ຮ່າໂນ້ຍ ປີ 2026 ມີການເຂົ້າຮ່ວມຂອງຄະນະສະແດງສິລະປະສາກົນທີ່ມາຈາກຍີ່ປຸ່ນ, ສ.ເກົາຫຼີ ແລະ ອິນເດຍ. ຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຖະແຫຼງຂ່າວແນະນຳ Festival ທັງລອງ - ຮ່າໂນ້ຍ ຄັ້ງທີ II 2026, ທ່ານນາງ ເລທິມາຍ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
Festival ປີນີ້ມີການເຂົ້າຮ່ວມຂອງບັນດາຄະນະສະແດງສິລະປະສາກົນພ້ອມກັບຄະນະສະແດງສິລະປະທີ່ມາຈາກຫຼາຍແຂວງ, ນະຄອນພາຍໃນປະເທດ. ບັນດາລາຍການພົບປະແລກປ່ຽນສິລະປະສາກົນ, ສິລະປະດົນຕີໄວໜຸ່ມ, ແຟຊັ່ນ ແລະ ບັນດາກິດຈະກຳສະແດງຈະສ້າງເປັນບັນດາສະຖານທີ່ພົບປະແລກປ່ຽນລະຫວ່າງວັດທະນະທຳຮ່າໂນ້ຍ ແລະ ເພື່ອນມິດສາກົນ.
(ແຫຼ່ງຄັດຈາກ VOV)