• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ພົບ​ປະ​ມິດ​ຕະ​ພາບ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ປີ 2022

ລາຍການພົບປະມິດຕະພາບ ຊາວໜຸ່ມຫວຽດນາມ ຫວຽດນາມ - ລາວ ແລະ ລາຍການ “ເດີນຕາມຮອຍຜູ້ນຳ” ປີ 2022 ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບ ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ຈະດຳເນີນຢູ່ບາງແຂວງ, ນະຄອນຢູ່ ຫວຽດນາມ ໃນລະຫວ່າງວັນທີ 12 – 18 ກັນຍາ ປີ 2022.

ພາບປະກອບ

ລາຍການແມ່ນເຫດການການເມືອງສຳຄັນ, ແທດຈິງຂອງໄວໜຸ່ມສອງປະເທດ ເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ, ແມ່ນໂອກາດເພື່ອໃຫ້ຊາວໜຸ່ມສອງປະເທດຫວນຄືນມູນເຊື້ອຮ່ວມສຳພັນສູ້ຮົບພິເສດ, ການສະໜັບສະໜູນ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນໄລຍະຕໍ່ສູ້ຍາດເອົາເອກະລາດ ແລະ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

ໃນບັນດາການເຄື່ອນໄຫວຂອງລາຍການລວມມີ: ພິທີໄຂການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ, ກອງປະຊຸມສຳມະນາ “ແນວຄິດຂອງປະທານໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ ກັບຊາວໜຸ່ມ ຫວຽດນາມ - ລາວ”…ນອກຈາກນັ້ນ, ບັນດາຜູ້ແທນຈະໄດ້ເຂົ້າຢ້ຽມຊົມບັນດາເຂດປູຊະນີຍະສະຖານປະຫວັດສາດ ທີ່ຕິດພັນກັບການພົວພັນຫວຽດນາມ - ລາວ, ບັນດາສະຖານທີ່ວັດທະນະທຳຂອງ ຫວຽດນາມ ແລະ ກິດຈະກຳອື່ນອີກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top