• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ “ບຸນ​ເຕັດ​ເຕົ້າ​ໂຮມ - ລະ​​ດູ​ບານ​ໃໝ່​ແຫ່ງ​ການ​ແບ່ງ​ບັນ” ພ້ອມ​ກັບ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ

ງານຕະຫຼາດນັດບຸນເຕັດກຳມະບານປີນີ້ ມີຮ້ານທັງໝົດ 28 ຮ້ານຂາຍເຄື່ອງໃຊ້ ທີ່ຈຳເປັນ, ຜະລິດຕະພັນ OCOP ດ້ວຍລາຄາພິເສດ ຫຼື ແຈກບັດ “0 ດົ່ງ” ໃຫ້ແກ່ບັນດາສະມາຊິກຊາວໜຸ່ມ, ກຳມະກອນ, ຜູ້ອອກແຮງງານ.
ງານຕະຫຼາດນັດກຳມະບານ (ພາບ: VOV)

ວັນທີ 28 ມັງກອນ, ຢູ່ເຂດອຸດສາຫະກຳ ລອງດຶກ, ນະຄອນ ຈ່າວິງ, ສະຫະພັນແຮງງານແຂວງ ຈ່າວິງ ໄດ້ຈັດລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ແຫ່ງການແບ່ງປັນ” ພ້ອມກັບງານຕະຫຼາດນັດບຸນເຕັດກຳມະບານ, ຮ້ານຂາຍເຄື່ອງ 0 ດົ່ງ. ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ດູແລສະມາຊິກຊາວໜຸ່ມ, ກຳມະກອນ, ຜູ້ອອກແຮງງານໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນກວ່າ ແລະ ຊ່ວຍໃຫ້ເຂົາເຈົ້າມີກຳລັງໃຈບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກໃນຊີວິດ.

ງານຕະຫຼາດນັດບຸນເຕັດກຳມະບານປີນີ້ ມີຮ້ານທັງໝົດ 28 ຮ້ານຂາຍເຄື່ອງໃຊ້ ທີ່ຈຳເປັນ, ຜະລິດຕະພັນ OCOP ດ້ວຍລາຄາພິເສດ ຫຼື ແຈກບັດ “0 ດົ່ງ” ໃຫ້ແກ່ບັນດາສະມາຊິກຊາວໜຸ່ມ, ກຳມະກອນ, ຜູ້ອອກແຮງງານ.

ຢູ່ລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ແຫ່ງການແບ່ງປັນ” ປີ 2024 ນີ້, ສະຫະພັນແຮງງານ ແຂວງ ຈ່າວິງ ໄດ້ແຈກບັດຊື້ເຄື່ອງທີ່ມີມູນຄ່າ 300.000 ດົ່ງ (ເກືອບ 13 USD) ໃຫ້ແກ່ສະມາຊິກຊາວໜຸ່ມ, ກຳມະກອນ, ຜູ້ອອກແຮງງານ 2.000 ບັດ; ຈັດການຈົກສະຫຼາກຊີງລາງວັນ, ໃຫ້ຄຳປຶກສາດ້ານກົດໝາຍ; ຕັດຜົມໂດຍບໍ່ເກັບຄ່າ… ພິເສດ, ແຂວງ ຈ່າວິງ ຍັງມອບຂອງຂວັນ 600 ພູດ, ແຕ່ລະພູດມີມູນຄ່າ 500.000 ດົ່ງ (ປະມານ 21 USD); ມອບເຮືອນ “ຊາຍຄາກຳມະບານແຫ່ງຄວາມອົບອຸ່ນ” 3 ຫຼັງ ໃຫ້ກຳມະກອນຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍມູນຄ່າ 150 ລ້ານ ດົ່ງ (ປະມານ 6.400 USD).

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top