• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ​ເລີ່ມ​ສ້າງ​​ຕັ້ງຄະ​ນະ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ປະ​ທະ​ກັນ​ກັບ​ຢູ​ແກຼນ

ທ່ານ Dmitry Peskov ໂຄສົກວັງKremlin ໄດ້ຢັ້ງຢືນວ່າ ລັດເຊຍ ໄດ້ເລີ່ມສ້າງຕັ້ງ ຄະນະເຈລະຈາກັບ ອາເມລິກາ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)
ວັນທີ 13 ກຸມພາ, ທ່ານ Dmitry Peskov ໂຄສົກວັງKremlin ໄດ້ຢັ້ງຢືນວ່າ ລັດເຊຍ ໄດ້ເລີ່ມສ້າງຕັ້ງ ຄະນະເຈລະຈາກັບ ອາເມລິກາ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ. ການກະທຳນີ້ໄດ້ດຳເນີນພາຍຫຼັງ ການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ທີ່ໄດ້ດຳເນີນໃນວັນທີ 12 ກຸມພາ ເຊິ່ງປຶກສາຫາລືກ່ຽວກັບການຢຸດຕິສົງຄາມຢູ່ຢູແກຼນ, ການພົວພັນສອງຝ່າຍ ແລະ ບາງບັນຫາອື່ນໆ, ໃນນັ້ນເຫັນດີເປັນເອກະພາບສືບຕໍ່ຕິດຕໍ່ພົວພັນ ແລະ ຈະຈັດການພົບປະໂດຍກົງຄັ້ງໜຶ່ງ. ເຖິງວ່າຍັງບໍ່ທັນປະກາດຂໍ້ມູນກ່ຽວກັບບັນດາສະມາຊິກຂອງກຸ່ມເຈລະຈາ, ແຕ່ທ່ານ Peskov ກໍ່ເນັ້ນໜັກວ່າ ເຖິງວ່າຍັງບໍ່ທັນກຳນົດເວລາຈັດການພົບປະໂດຍກົງລະຫວ່າງການນຳສອງທ່ານ, ແຕ່ທັງສອງຝ່າຍລ້ວນແຕ່ເຫັນດີເປັນເອກະພາບວ່າ ອາດສາມາດບັນລຸໄດ້ມາດຕະການແກ້ໄຂຜ່ານການເຈລະຈາ. ເຖິງຢ່າງໃດກໍ່ຕາມ, ຍັງໄວເກີນໄປທີ່ຈະປຶກສາຫາລືເຖິງການເຂົ້າຮ່ວມຂອງບັນດາປະເທດ ເອີລົບໃນການເຈລະຈານີ້.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

Top