• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ​ມີ​ແຜນ​ນະ​ໂຍ​ບາຍ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ໂດຍ​ສັນ​ຕິ

ຕາມທ່ານ Putin, ສິ່ງດັ່ງກ່າວອະນຸຍາດໃຫ້ຈັດການເລືອກຕັ້ງປະຊາທິປະໄຕຢູ່ປະເທດບ້ານໃກ້ເຮືອນຄຽງ ...
(ພາບ: THX/TTXVN)

ວັນທີ 28 ມີນາ, ກ່າວຄຳເຫັນທີ່ Murmansk, ປະເທດ ລັດເຊຍ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢັງຢືນຄືນໃໝ່ ແຜນນະໂຍບາຍແກ້ໄຂການປະທະກັນຢູ່ ຢູແກຼນ ດ້ວຍບັນດາວິທີການສັນຕິພາບ ພ້ອມດ້ວຍເງື່ອນໄຂຕ້ອງປັດເຂ່ຍສາຍເຫດຕົ້ນຕໍ ພາໄປເຖິງການຮັບປະ ກັນ ແລະ ບໍ່ໃຫ້ກໍ່ຄວາມເສຍຫາຍໃຫ້ແກ່ ລັດເຊຍ.

ແລະ ກໍ່ຕາມທ່ານປະທານາທິບໍດີ Putin ແລ້ວ, ການແກ້ໄຂການປະທະກັນຢູ່ ຢູແກຼນ ຕ້ອງໄດ້ຮັບການປະທະກັນຢ່າງລະອຽດ. ນອກຈາກນັ້ນ, ທ່ານ Putin ກໍ່ສະເໜີໃຫ້ດຳເນີນການປຶກສາຫາລືພາຍໃຕ້ການອະລັກຂາຂອງ ສປຊ, ອາເມລິກາ, ບັນດາປະເທດ ເອີລົບ ແລະ ປະເທດຄູ່ຮ່ວມມືຈຳນວນໜຶ່ງ ກ່ຽວກັບການສ້າງຕັ້ງອຳນາດການປົກຄອງຂ້າມຜ່ານຢູ່ ຢູແກຼນ. ຕາມທ່ານ Putin, ສິ່ງດັ່ງກ່າວອະນຸຍາດໃຫ້ຈັດການເລືອກຕັ້ງປະຊາທິປະໄຕຢູ່ປະເທດບ້ານໃກ້ເຮືອນຄຽງ ແລະ ເລືອກຕັ້ງອຳນາດການປົກຄອງໃໝ່ ທີ່ອາດສາມາດເຈລະຈາກ່ຽວກັບຂໍ້ຕົກລົງສັນຕິພາບ ກໍ່ຄືເຊັນບັນດາເອກະສານນິຕິກຳທີ່ກ່ຽວຂ້ອງ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top