ຂ່າວສານ ລັດຖະສະພາເອີຣົບ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຫຼຸດຜ່ອນການປ່ອຍອາຍພິດ ແລະ ເພີ່ມເນື້ອທີ່ປ່າ 16/03/2023 ວັນທີ 14 ມີນາ, ລັດຖະສະພາເອີຣົບ (EP) ໄດ້ຮັບຮອງເອົາຮ່າງກົດໝາຍ 2 ສະບັບເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດຂອງບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ໃນບາງຂົງເຂດ ແລະ ເພີ່ມທະວີລະບົບນິເວດທຳມະຊາດດູດເອົາທາດ ດີໂອຊິດກາກບອນ ດ້ວຍຈຳນວນບັດສະໜັບສະໜູນກວມເປັນສ່ວນຫຼາຍ. ອີຢູ ວາງເປົ້າໝາຍ ເພີ່ມເນື້ອທີປ່າ (ພາບ: Reuters)ຮ່າງກົດໝາຍ 2 ສະບັບດັ່ງກ່າວ ແມ່ນ 2 ໃນຈຳນວນບັນດາຮ່າງກົດໝາຍສຳຄັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍອົງການນິຕິບັນຍັດ ເອີຣົບ ພິຈາລະນາ, ເພື່ອຮັບປະກັນໃຫ້ປະລິມານການປ່ອຍອາຍພິດທັງໝົດຂອງ 27 ປະເທດສະມາຊິກ ອີຢູ ໃນປີ 2030 ຈະຫຼຸດລົງ 55% ເມື່ອທຽບໃສ່ລະດັບຂອງປີ 1990. ລະອຽດ, ຮ່າງກົດໝາຍສະບັບທີໜຶ່ງ ໄດ້ວາງເປົ້າໝາຍຮອດປີ 2030, ປະລິມານການປ່ອຍອາຍພິດທັງໝົດຂອງບັນດາປະເທດສະມາຊິກ ອີຢູ ໃນຂົງເຂດ ຄົມມະນາຄົມທາງບົກ, ລະບົບເຄື່ອງປັບອາກາດສ້າງຄວາມອຸ່ນຢູ່ຕຶກອາຄານຕ່າງໆ, ກະສິກຳ ແລະ ການຄຸ້ມຄອງສິ່ງເສດເຫຼືອ ຈະຫຼຸດລົງ 40% ເມື່ອທຽບໃສ່ລະດັບຂອງປີ 2005. ໃນຂະນະນັ້ນ, ຮ່າງກົດໝາຍສະບັບທີສອງ ສຸມໃສ່ເພີ່ມເນື້ອທີ່ປ່າໄມ້, ໜອງບຶງ ແລະ ບັນດາລະບົບນິເວດທຳມະຊາດອື່ນໆທີ່ສາມາດດູດເອົາທາດດີໂອຊິດກາກບອນຈາກຫຼືບອາກາດຫຸ້ມໜ່ວຍໂລກ. ຮ່າງກົດໝາຍສະບັບນີ້ ວາງເປົ້າໝາຍ ຫຼຸດຜ່ອນການປ່ອຍອາຍພິດສະສົມທີ່ທຽບເທົ່າກັບດີໂອຊິດກາດບອນປະມານ 310 ລ້ານໂຕນ ໃນປີ 2030, ເພີ່ມຂຶ້ນປະມານ 15% ເມື່ອທຽບໃສ່ເປົ້າໝາຍໃນປັດຈຸບັນ. ພາຍຫຼັງທີ່ໄດ້ຮັບການຮັບຮອງເອົາ, ບັນດາປະເທດກໍຈະດຳເນີນການພິຈາລະຈາ ແລະ ປ່ອນບັດໃນຊຸມເດືອນຈະມາເຖິງ. (ແຫຼ່ງຄັດຈາກ VOV)

ວັນທີ 14 ມີນາ, ລັດຖະສະພາເອີຣົບ (EP) ໄດ້ຮັບຮອງເອົາຮ່າງກົດໝາຍ 2 ສະບັບເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດຂອງບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ໃນບາງຂົງເຂດ ແລະ ເພີ່ມທະວີລະບົບນິເວດທຳມະຊາດດູດເອົາທາດ ດີໂອຊິດກາກບອນ ດ້ວຍຈຳນວນບັດສະໜັບສະໜູນກວມເປັນສ່ວນຫຼາຍ. ອີຢູ ວາງເປົ້າໝາຍ ເພີ່ມເນື້ອທີປ່າ (ພາບ: Reuters)ຮ່າງກົດໝາຍ 2 ສະບັບດັ່ງກ່າວ ແມ່ນ 2 ໃນຈຳນວນບັນດາຮ່າງກົດໝາຍສຳຄັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍອົງການນິຕິບັນຍັດ ເອີຣົບ ພິຈາລະນາ, ເພື່ອຮັບປະກັນໃຫ້ປະລິມານການປ່ອຍອາຍພິດທັງໝົດຂອງ 27 ປະເທດສະມາຊິກ ອີຢູ ໃນປີ 2030 ຈະຫຼຸດລົງ 55% ເມື່ອທຽບໃສ່ລະດັບຂອງປີ 1990. ລະອຽດ, ຮ່າງກົດໝາຍສະບັບທີໜຶ່ງ ໄດ້ວາງເປົ້າໝາຍຮອດປີ 2030, ປະລິມານການປ່ອຍອາຍພິດທັງໝົດຂອງບັນດາປະເທດສະມາຊິກ ອີຢູ ໃນຂົງເຂດ ຄົມມະນາຄົມທາງບົກ, ລະບົບເຄື່ອງປັບອາກາດສ້າງຄວາມອຸ່ນຢູ່ຕຶກອາຄານຕ່າງໆ, ກະສິກຳ ແລະ ການຄຸ້ມຄອງສິ່ງເສດເຫຼືອ ຈະຫຼຸດລົງ 40% ເມື່ອທຽບໃສ່ລະດັບຂອງປີ 2005. ໃນຂະນະນັ້ນ, ຮ່າງກົດໝາຍສະບັບທີສອງ ສຸມໃສ່ເພີ່ມເນື້ອທີ່ປ່າໄມ້, ໜອງບຶງ ແລະ ບັນດາລະບົບນິເວດທຳມະຊາດອື່ນໆທີ່ສາມາດດູດເອົາທາດດີໂອຊິດກາກບອນຈາກຫຼືບອາກາດຫຸ້ມໜ່ວຍໂລກ. ຮ່າງກົດໝາຍສະບັບນີ້ ວາງເປົ້າໝາຍ ຫຼຸດຜ່ອນການປ່ອຍອາຍພິດສະສົມທີ່ທຽບເທົ່າກັບດີໂອຊິດກາດບອນປະມານ 310 ລ້ານໂຕນ ໃນປີ 2030, ເພີ່ມຂຶ້ນປະມານ 15% ເມື່ອທຽບໃສ່ເປົ້າໝາຍໃນປັດຈຸບັນ. ພາຍຫຼັງທີ່ໄດ້ຮັບການຮັບຮອງເອົາ, ບັນດາປະເທດກໍຈະດຳເນີນການພິຈາລະຈາ ແລະ ປ່ອນບັດໃນຊຸມເດືອນຈະມາເຖິງ.
ບັນດາບົດຕໍ່ໄປ ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່09/01/2026ຂ່າວສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030). ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ: ໄຊຊະນະອັນສຳຄັນ ຂອງສາຍພົວພັນລະຫວ່າງ ສອງພັກ, ສອງລັດ ຫວຽດນາມ - ລາວ09/01/2026ຂ່າວສານແນະນຳ 145 ທ່ານຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດສະເພາະກິດຊຸດທີ 1609/01/2026ຂ່າວສານບັນດາການນຳເອີລົບຢັ້ງຢືນຄືນໃໝ່ຫຼັກໝັ້ນສະໜັບສະໜູນແດນມາກ ໃນບັນຫາ Greenland09/01/2026ຂ່າວສານລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ09/01/2026ຂ່າວສານທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: “ເພື່ອເຕີບໂຕ 2 ຕົວເລກຕ້ອງມີການຫັນປ່ຽນໂຄງປະກອບເສດຖະກິດ, ກຳນົດຮູບແບບການເຕີບໂຕໃໝ່”09/01/2026ຂ່າວສານແກ້ໄຂ “ບັດເຫຼືອງ” IUU: ກວາງນິງ ສ້າງຂໍ້ມູນຢ່າງຄົບຊຸດ ແລະ ຫັນພື້ນຖານໂຄງລ່າງອາຊີບການປະມົງໃຫ້ທັນສະໄໝ09/01/2026ຂ່າວສານ ອ່ານເພີ່ມ