• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ: APEC 2026 ເປີດ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ໃຫ້​ຫວຽດ​ນາມ

ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ການ​ສ້າງ​ບັນ​ດາ​ເອ​ກະ​ສານ, ຂໍ້​ສະ​ເໜີ ຢ່າງ​ຕັ້ງ​ໜ້າ ແລະ ຊຸກ​ຍູ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລວມ.
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ ເລ​ຮ່​ວາຍ​ຈຸງ (ພາບ: VNA)

ຕີ​ລາ​ຄາ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມ​ສັບ​ປະ​ດາ​​ສຸດຍອດ APEC ຄັ້ງທີ 33 ແລະ ການເຮັດ​ວຽກ​ສອງ​ຝ່າຍ​ຢູ່​ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແຕ່​ວັນ​ທີ 17 – 20 ພະ​ຈິກ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ ເລ​ຮ່​ວາຍ​ຈຸງ ໄດ້​ຢັ້ງ​ຢືນ​ວ່າ, ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ຖາ​ນະ​ຕຳ​ແໜ່ງ​ຫວຽດ​ນາມ, ພ້ອມ​ທັງ​ສ້າງ​ພື້ນ​ຖານ​ທີ່​ສະ​ດວກ​ໃຫ້​ປີ APEC ຫວຽດ​ນາມ 2027.

ຕາມ​ທ່ານ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ​ແລ້ວ, ສັບ​ປະ​ດາ​​ສຸດຍອດ APEC 2026 ໄດ້​ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຂອງ​ເວ​ທີ​ປາ​ໄສ​ໃນ​ການ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ, ເຊື່ອມ​ຕໍ່​ເສດ​ຖະ​ກິດ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ພາກ​ພື້ນ. ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ບັນ​ລຸ​ຄວາ​ມເ​ຫັນ​ດີເຫັນ​ພ້ອມກ່ຽວ​ກັບ​ການ​ເຊື່ອມ​ຕໍ່, ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ ແລະ ຊຸກ​ຍູ້​ວິ​ວັດ​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ ອາ​ຊີ - ປາ​ຊີ​ຟິກ.

ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ່​ວາຍ​ຈຸງ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ການ​ສ້າງ​ບັນ​ດາ​ເອ​ກະ​ສານ, ຂໍ້​ສະ​ເໜີ ຢ່າງ​ຕັ້ງ​ໜ້າ ແລະ ຊຸກ​ຍູ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລວມ. ຢູ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ສຳ​ລັບ​ການ​ຮ່ວມ​ມື APEC, ພ້ອມ​ທັງ​ແນະ​ນຳ​ທິດ​ທາງ​ພັດ​ທະ​ນາ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ຮູບ​ຂອງ​ປະ​ເທ​ດ​ຊາດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ຢ່າງ​ເປັນາ​ທງ​ການ.

Top