ຕາມນັ້ນແລ້ວ, ກໍ່ສຸມໃສ່ສ້າງກົນໄກພັດທະນາໃຫ້ສົມບູນແບບໂດຍໄວ, ປົດປ່ອຍກຳລັງຜະລິດ, ລະດົມທຸກແຫຼ່ງກຳລັງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາ. ຍູ້ແຮງວິວັດທະນາການຫັນເປັນອຸດສາຫະກຳ, ທັນສະໄໝ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສ້າງຮູບແບບການເຕີບໂຕໃໝ່, ຖືວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນເປັນກຳລັງຫຼັກແຫຼ່ງ. ພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ອັດສະລິຍະ. ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ພັດທະນາວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ສຸດທ້າຍແມ່ນປັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນຂອງວຽກງານພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ.'
ໃນຂົງເຂດພົວພັນຕ່າງປະເທດ, ເລື່ອງສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ເປັນມືອາຊີບ, ການທູດເສດຖະກິດ ແມ່ນໃຈກາງ, ເປັນເຈົ້າການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ ດ້ວຍຈຸດສຸມແມ່ນເຊື່ອມໂຍງກັບເສດຖະກິດສາກົນ; ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ຊາວ ຫວຽດນາມ ຢູ່ຕ່າງປະເທດ ມີໂອກາດອຸທິດສ່ວນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.