• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ຈະເປີດສະຫຼອງໂຮງງານຜະລິດວັກຊິນ ທີ່ມີກຳລັງການຜະລິດ 10 ລ້ານຫຼອດຕໍ່ເດືອນ

      ກຳລັງການຜະລິດຂອງໂຮງງານແຫ່ງນີ້ ຈະຮັບປະກັນປະລິມານວັກຊິນຢ່າງພຽງພໍເພື່ອສັກໃຫ້ປະຊາຊົນບໍ່ພຽງແຕ່ຢູ່ນະຄອນຫຼວງ ມົດສະກູ ເທົ່ານັ້ນ ຫາກຍັງສັກໃຫ້ປະຊາຊົນຫຼາຍເຂດອື່ນຂອງປະເທດນີ້ອີກດ້ວຍ.

ພາບຢູ່ພາຍໃນໂຮງງານຜະລິດວັກຊິນ “Sputnik V”(ພາບ:  Mos.ru) 
      ວັນທີ 11 ທັນວາ, ເຈົ້າຄອງນະຄອນ ມົດສະກູ Sergei Sobyanin ໄດ້ຖະແຫຼງວ່າ ຈະເປີດສະຫຼອງໂຮງງານຜະລິດວັກຊິນ “Sputnik V” ເຊິ່ງຕັ້ງຢູ່ນະຄອນຫຼວງ ແລະ ມີຂອບຂະໜາດໃຫຍ່ທີ່ສຸດຂອງປະເທດນີ້ໂດຍໄວ. ໂຮງງານດັ່ງກ່າວ ຈະຜະລິດປະມານ 10 ລ້ານຫຼອດຕໍ່ເດືອນ. ຕາມທ່ານເຈົ້າຄອງນະຄອນ ມົດສະກູ ແລ້ວ, ກຳລັງການຜະລິດຂອງໂຮງງານແຫ່ງນີ້ ຈະຮັບປະກັນປະລິມານວັກຊິນຢ່າງພຽງພໍເພື່ອສັກໃຫ້ປະຊາຊົນບໍ່ພຽງແຕ່ຢູ່ນະຄອນຫຼວງ ມົດສະກູ ເທົ່ານັ້ນ ຫາກຍັງສັກໃຫ້ປະຊາຊົນຫຼາຍເຂດອື່ນຂອງປະເທດນີ້ອີກດ້ວຍ.
            ໃນວັນດຽວກັນ, ຫ້ອງວ່າການຮອງນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Tatyana Golikova ໃຫ້ຮູ້ວ່າ ການສັກວັກຊິນ ກັນພະຍາດໂຄວິດ - 19 ຈະໄດ້ຮັບການຜັນຂະຫຍາຍຢູ່ທຸກເຂດ, ພາກໃນທົ່ວປະເທດໃນທ້າຍອາທິດນີ້. ນັບແຕ່ເດືອນທັນວາ ຫາທ້າຍເດືອນມັງກອນ ປີ 2021, ວັນຊິນ Sputnik V ປະມານ 6,9 ລ້ານ ຫຼອດ ຈະໄດ້ຮັບການຈຳໜ່າຍທາງພົນລະເຮືອນ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ນົດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ນົດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ກຳນົດການສຶກສາ ແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພື້ນຖານເພື່ອພັດທະນາປະເທດຊາດໂດຍໄວ ແລະຍືນຍົງ.

Top