• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດລັດເຊຍ ຮັບຮູ້ວ່າ ການເຈລະຈາສັນຕິພາບກັບຢູແກຼນ ບັນລຸຄວາມຄືບໜ້າ

ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ເນັ້ນໜັກວ່າ, ເລື່ອງ ຢູແກຼນ ບຸກໂຈມຕີສາງນ້ຳມັນດິບຢູ່ເຂດ Belgorod ຂອງລັດເຊຍ ແມ່ນບໍ່ໄດ້ຊ່ວຍສ້າງບັນຍາກາດທີ່ດີ ໃຫ້ແກ່ການຮັກສາການເຈລະຈາສັນຕິພາບກັບ ກີແອບ.
  ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov (ພາບ: AFP/TTXVN)  

 ວັນທີ 1 ເມສາທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໃຫ້ຮູ້ວ່າ ລັດເຊຍ ບັນລຸໄດ້ຄວາມກ້າວໜ້າຈຳນວນໜຶ່ງ ໃນການເຈລະຈາສັນຕິພາບກັບ ຢູແກຼນ ແລະ ມົດສະກູ ພວມກະກຽມຄຳຕອບຂໍ້ສະເໜີຂອງ ກີແອບ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງການພົບປະກັບຄູ່ຮ່ວມຕຳແໜ່ງ ອິນເດຍ Subrahmanyam Jaishankar ຢູ່ນະຄອນຫຼວງ New Delhi, ທ່ານ Lavrov ຢືນຢັນວ່າ ຕ້ອງຮັກສາການເຈລະຈາຄັ້ງຕ່າງໆກັບ ຢູແກຼນ  ແລະ ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະໃຫ້ ອິນເດຍ ສວມບົດບາດເປັນກາງ ໃນການໄກ່ເກັ່ຍປອງດອງ ໃນວິກິດການ ຢູແກຼນ.

ໃນຂະນະນັ້ນ, ວັນທີ 1 ເມສາ,  ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ເນັ້ນໜັກວ່າ, ເລື່ອງ ຢູແກຼນ ບຸກໂຈມຕີສາງນ້ຳມັນດິບຢູ່ເຂດ Belgorod ຂອງລັດເຊຍ ແມ່ນບໍ່ໄດ້ຊ່ວຍສ້າງບັນຍາກາດທີ່ດີ ໃຫ້ແກ່ການຮັກສາການເຈລະຈາສັນຕິພາບກັບ ກີແອບ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top