ຂ່າວສານ
ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ສະເໜີອິນເດຍຈົ່ງສືບຕໍ່ຊ່ວຍໜູນ, ສະໜອງວັກຊິນໃຫ້ແກ່ບັນດາປະເທດອາຊຽນ, ສົ່ງເສີມອິນເດຍຊ່ວຍໜູນບັນດາປະເທດອາຊຽນໝູນໃຊ້ຜົນງານທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ນະວັດຕະກຳໃຫ້ແກ່ຂະບວນວິວັດຟື້ນຟູ ແລະ ເຕີບໂຕ, ພ້ອມທັງມີຄວາມຫວັງຢາກສົມທົບກັບອີນເດຍເພື່ອສືບຕໍ່ສ້າງເງື່ອນໄຂສະດວກໃນການແລກປ່ຽນການຄ້າ ແລະ ການລົງທຶນ, ຮັກສາລະບົບການສະໜອງໃນພາກພື້ນ.
(ແຫຼ່ງຄັດຈາກ VOV)