• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຫວຽດນາມ ສຸມກຳລັງທັງໝົດເພື່ອຕ້ານໂລກລະບາດ, ຮັບປະກັນການຮັກສາລະດັບເຕີບໂຕແບບຍືນຍົງ

ທາງກະຊວງພວມຮັບເອົາຄຳເຫັນເພື່ອສ້າງໂຄງຮ່າງຮ່າງມະຕິໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດກ່ຽວກັບເລື່ອງຍົກເວັ້ນ, ຫຼຸດຜ່ອນພາສີໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ.
ການປະຊຸມຂ່າວສະໄໝສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານ. (ພາບ: TTXVN)

ຕອນບ່າຍວັນທີ 11 ສິງຫາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ເຈິ່ນວັນເຊີນ ໄດ້ເປັນປະທານການປະຊຸມຂ່າວສະໄໝສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານເພື່ອແຈ້ງຂໍ້ມູນກ່ຽວກັບບັນດາເນື້ອໃນກອງປະຊຸມທາງອອນລາຍທົ່ວປະເທດຂອງລັດຖະບານຄັ້ງທຳອິດ ອາຍຸການ 2021 – 2026.

        ກ່ຽວກັບບັນດາສະພາບການໜູນຊ່ວຍບັນດາວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19, ທ່ານຮອງລັດຖະມົນຕີກະຊວງການເງິນຫວຽດນາມ ຫງວຽນດຶກຈີ ໃຫ້ຮູ້ວ່າ, ທາງກະຊວງພວມຮັບເອົາຄຳເຫັນເພື່ອສ້າງໂຄງຮ່າງຮ່າງມະຕິໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດກ່ຽວກັບເລື່ອງຍົກເວັ້ນ, ຫຼຸດຜ່ອນພາສີໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ທ່ານໃຫ້ຮູ້ວ່າ ສືບຕໍ່ຫຼຸດການເສຍພາສີລາຍຮັບວິສາຫະກິດໃຫ້ແກ່ບັນດາຄອບຄົວດຳເນີນທຸລະກິດຂອບຂະໜາດກາງ ແລະ ນ້ອຍ, ຫຼຸດຜ່ອນບັນດາການເສຍພາສີໃຫ້ແກ່ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງຄອບຄົວດຳເນີນທຸລະກິດ ແລະ ສ່ວນຕົວດຳເນີນທຸລະກິດ ດ້ວຍຮູບແບບແຈ້ງເສຍພາສີ ເຊິ່ງຄາດວ່າຈະຫຼຸດລົງ 50%... ຍອດມູນຄ່າຂອງບ້ວງໜູນຊ່ວຍຕໍ່ໄປເຊິ່ງກະຊວງການເງິນພວມສະເໜີຄາດວ່າແມ່ນກວ່າ 20.000 ຕື້ດົ່ງ.

        ກ່ຽວກັບລະດັບຄວາມຄືບໜ້າໃນການສັກວັກຊິນ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຈິ່ນວັນທວນ ໃຫ້ຮູ້ວ່າ, ປະຈຸບັນໃນທົ່ວປະເທດໄດ້ສັກວັກຊິນ 11 ລ້ານໂດສໃນຈຳນວນ 18 ລ້ານໂດສ ທີ່ໄດ້ສະໜອງແລ້ວ (ບັນລຸ 65%). ທ່ານກໍ່ແຈ້ງໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງນີ້ ເມື່ອວັກຊິນໄດ້ສົ່ງມາຫຼາຍກວ່າ, ຄາດວ່າຈະສັກວັກສິນຫຼາຍສຸດແມ່ນ 2 ລ້ານໂດສ/ວັນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top