• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານສະເໜີສືບຕໍ່ປະຕິບັດນະໂຍບາຍຫຼຸດຜ່ອນອາກອນມູນຄ່າເພີ່ມ

ວາລະປະຊຸມໄດ້ປຶກສາຫາລືກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຫຼຸດຜ່ອນອາກອນມູນຄ່າເພີ່ມໃຫ້ແກ່ 6 ເດືອນທ້າຍປີ 2025 ແລະ ທັງປີ 2026.
ທີ່ວາລະປະຊຸມ (ພາບ: quochoi.vn)

ລັດຖະບານໄດ້ສະເໜີສືບຕໍ່ປະຕິບັດນະໂຍບາຍຫຼຸດຜ່ອນອາກອນມູນຄ່າເພີ່ມ ທີ່ວາລະປະຊຸມຄັ້ງທີ 44, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ, ຈັດຂຶ້ນໃນຕອນເຊົ້າວັນທີ 23 ເມສາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ. ວາລະປະຊຸມໄດ້ປຶກສາຫາລືກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຫຼຸດຜ່ອນອາກອນມູນຄ່າເພີ່ມໃຫ້ແກ່ 6 ເດືອນທ້າຍປີ 2025 ແລະ ທັງປີ 2026.

ຕາມນັ້ນແລ້ວ, ລັດຖະບານສະເໜີຫຼຸດຜ່ອນອາກອນມູນຄ່າເພີ່ມ 2% ສຳລັບບັນດາໝວດສິນຄ້າ, ການບໍລິການທີ່ພວມຈັດວາງອັດຕາພາສີ 10% (ລົງເຫຼືອ 8%), ຍົກເວັ້ນໝວດສິນຄ້າ, ການບໍລິການຈຳນວນໜຶ່ງ, ຄື: ໂທລະສົມມະນາຄົມ, ທະນາຄານ, ດຳເນີນທຸລະກິດອະສັງຫາລິມະຊັບ… ໂດຍເລີ່ມມີຜົນສັກສິດແຕ່ວັນທີ 01 ກໍລະກົດ ປີ 2025 ຮອດທ້າຍປີ 2026.

ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີຕໍ່ຂໍ້ສະເໜີຂອງລັດຖະບານ ເພື່ອແນໃສ່ຊຸກຍູ້ການຜະລິດດຳເນີນທຸລະກິດ, ສະເໜີໃຫ້ລັດຖະບານສ້າງສຳເນົາເອກະສານມີລັກສະນະເກ້ຍກອມໃຫ້ສົມບູນ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຕົກລົງທີ່ກອງປະຊຸມຄັ້ງທີ 9 ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top