• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານດີຈີຕອນແມ່ນກຳລັງໜູນຕົ້ນຕໍ, ຫຼັກແຫຼ່ງນຳພາການສ້າງພື້ນຖານເສດຖະກິດດີຈີຕອນ, ພົນລະເມືອງດີຈີຕອນ, ສັງຄົມດີຈີຕອນ

ຜ່ານໄລຍະ 1 ປີແຫ່ງການປະຕິບັດກໍບັນລຸໄດ້ຜົນງານຫຼາຍຢ່າງ ແລະ ກ້າວເຂົ້າສູ່ຊີວິດຕົວຈິງເທື່ອລະກ້າວ.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ  

“ແຜນຮ່າງພັດທະນານຳໃຊ້ຂໍ້ມູນກ່ຽວກັບພົນລະເມືອງ, ກຳນົດລະຫັດ ແລະ ການຢັ້ງຢືນທາງເອເລັກໂຕນິກ ຮັບໃຊ້ການຫັນເປັນດີຈີຕອນລະດັບຊາດໄລຍະ 2022  2025, ວິໄສທັດຮອດປີ 2030” ເຊິ່ງລັດຖະບານ ຫວຽດນາມ ໄດ້ອະນຸມັດຜ່ານໃນວັນທີ 01 ມິຖຸນາ 2021. ນີ້ແມ່ນຂີດໝາຍສຳຄັນພິເສດໃນວິວັດທະນາການກໍ່ສ້າງ, ພັດທະນາລັດຖະບານດີຈີຕອນ, ພົນລະເມືອງດີຈີຕອນ, ສັງຄົມດີຈີຕອນຢູ່ ຫວຽດນາມ. ຜ່ານໄລຍະ 1 ປີແຫ່ງການປະຕິບັດກໍບັນລຸໄດ້ຜົນງານຫຼາຍຢ່າງ ແລະ ກ້າວເຂົ້າສູ່ຊີວິດຕົວຈິງເທື່ອລະກ້າວ.

ແຜນຮ່າງຂອງລັດຖະບານກຳນົດບັນດາເປົ້າໝາຍ ແລະ ມາດຕະການແກ້ໄຂ ລະອຽດ, ຄື: ນຳໃຊ້ຂໍ້ມູນກ່ຽວກັບພົນລະເມືອງເພື່ອຮັບໃຊ້ການແກ້ໄຂລະບຽບການບໍລິຫານ ແລະ ສະໜອງການບໍລິການທາງອອນລາຍ; ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ; ຮັບໃຊ້ການສ້າງພົນລະເມືອງດີຈີຕອນ; ຮັບໃຊ້ການຊີ້ນຳ, ບໍລິຫານຂອງການນຳທຸກຂັ້ນ. ມາຮອດປະຈຸບັນ, ມີຫຼາຍພື້ນຖານສຳຄັນໄດ້ຮັບການສ້າງຂຶ້ນ.

ບັນດາຜົນງານຂອງພື້ນຖານ

ພາຍຫຼັງໄລຍະ 1 ປີແຫ່ງການປະຕິບັດ, ແຜນຮ່າງໄດ້ຮັບເອົາຜົນງານສຳຄັນຫຼາຍຢ່າງ. ພົ້ນເດັ່ນແມ່ນລະດັບຄວາມຮັບຮູ້ ແລະ ການກະທຳກ່ຽວກັບການຫັນເປັນດີຈີຕອນລະດັບຊາດ ມີການຫັນປ່ຽນຢ່າງຕັ້ງໜ້າຢູ່ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ໂດຍສະເພາະແມ່ນຜູ້ນຳໜ້າ.

ປະຈຸບັນ, ມີ 48/63 ທ້ອງຖິ່ນໄດ້ຜັນຂະຫຍາຍສູນຕິດຕາມກວດກາ, ບໍລິຫານອັດສະລິຍະຂັ້ນແຂວງ. 63/63 ທ້ອງຖິ່ນໄດ້ຮັບໜ້າທີ່ຜັນຂະຫຍາຍການນຳໃຊ້ພື້ນຖານດີຈີຕອນຢ່າງໜ້ອຍສຸດ 1 ພື້ນຖານ. ບັນດາຖານຂໍ້ມູນແຫ່ງຊາດ, ຂະແໜງສະເພາະໄດ້ຮັບການຍູ້ແຮງຜັນຂະຫຍາຍການກໍ່ສ້າງ, ເຊື່ອມຕໍ່, ແບ່ງປັນ; ສ້າງຜົນປະໂຫຍດໃນການສະໜອງການບໍລິການສາທາລະນະທາງອອນລາຍໃຫ້ແກ່ປະຊາຊົນ, ວິສາຫະກິດ. ເສດຖະກິດດີຈີຕອນ, ສັງຄົມດີຈີຕອນມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ, ໂດຍສະເພາະແມ່ນການເສຍພາສີທາງເອເລັກໂຕນິກ, ໃນບິນເອເລັກໂຕນິກ, ການຄ້າເອເລັກໂຕນິກ, ການຊຳລະບໍ່ນຳໃຊ້ເງິນສົດ…

ບັນດາໝາກຜົນທີ່ບັນລຸໄດ້ນັ້ນ ແມ່ນກຳລັງໜູນເພື່ອໃຫ້ ຫວຽດນາມ ສືບຕໍ່ດຳເນີນການຫັນເປັນດີຈີຕອນຢ່າງແຮງກວ່າໃນໄລຍະຈະມາເຖິງ. ທີ່ກອງປະຊຸມສະຫຼຸບ 1 ປີແຫ່ງການປະຕິບັດແຜນຮ່າງ ຈັດຂຶ້ນໃນວັນທີ 25 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເນັ້ນໜັກວ່າ ການຫັນເປັນດີຈີຕອນແຫ່ງຊາດຮຽກຮ້ອງຕ້ອງມີຄວາມຕັດສິນໃຈຢ່າງສູງ, ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າ, ມີການກະທຳຢ່າງຂ້ຽວຂາດກວ່າ.

“ການຫັນເປັນດີຈີຕອນແມ່ນບັນຫາໃໝ່, ຫຍຸ້ງຍາກ, ສັບສົນ, ຕ້ອງຮັບເອົາຜົນງານ, ບົດຮຽນສາກົນ ແລະ ນຳໃຊ້ຢ່າງມີຫົວຄິດປະດິດສ້າງ ແທດເໝາະກັບເງື່ອນໄຂລະອຽດຂອງ ຫວຽດນາມ, ແລະ ຕ້ອງມີຈິນຕະນາການບຸກທະລຸດ້ວຍວິໄສທັດຍຸດທະສາດ. ຕ້ອງດຳເນີນເປັນປະຈຳ, ຕໍ່ເນື່ອງຢູ່ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ ບົນພື້ນຖານເສີມຂະຫຍາຍກຳລັງແຮງສັງລວມ, ກຳລັງແຮງຂອງທັງລະບົບການເມືອງ. ລັດຖະບານດີຈີຕອນແມ່ນກຳລັງໜູນຕົ້ນຕໍ, ແມ່ນຂໍ້ກຸນແຈນຳພາການສ້າງພື້ນຖານເສດຖະກິດດີຈີຕອນ, ພົນລະເມືອງດີຈີຕອນ, ສັງຄົມດີຈີຕອນ, ການຫັນເປັນດີຈີຕອນໄດ້ຜັນຂະຫຍາຍໃນທຸກຂົງເຂດ, ມີຈຸດສຸມຈຸດຫຼັກ, ປະຕິບັດຢ່າງມີແບບມີແຜນ,  ແທດຈິງ, ມີປະສິດທິຜົນ”.

ສ້າງຖານຂໍ້ມູນແຫ່ງຊາດ, ຖືປະຊາຊົນເປັນໃຈກາງ

ເລື່ອງສ້າງຖານຂໍ້ມູນແຫ່ງຊາດສວມບົດບາດສຳຄັນໃຫ້ແກ່ການສ້າງລະບົບຂໍ້ມູນລວມຂອງ ຫວຽດນາມ, ໜູນຊ່ວຍໃຫ້ບັນດານັກຄົ້ນຄວ້າ, ວາງນະໂຍບາຍ ກໍຄືປະຊາຊົນສາມາດສຳຜັດກັບຂໍ້ມູນຢ່າງໄວ ແລະ ມີວິທະຍາສາດ.

ກ່ຽວກັບບັນຫາດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ເລື່ອງເຊື່ອມຕໍ່, ນຳໃຊ້ຂໍ້ມູນແມ່ນປັດໄຈສຳຄັນໃນການຫັນເປັນດີຈີຕອນ. ຍ້ອນເຫດນັ້ນ, ຕ້ອງສ້າງພື້ນຖານຂໍ້ມູນແຫ່ງຊາດ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ທຸກນະໂຍບາຍຕ້ອງມຸ່ງໄປເຖິງປະຊາຊົນ ແລະ ປະຊາຊົນຕ້ອງເຂົ້າຮ່ວມຂະບວນວິວັດການດັ່ງກ່າວ:

“ປີ 2023 ແມ່ນປີແຫ່ງຂໍ້ມູນ, ຍ້ອນເຫດນັ້ນ, ໃນປີ 2023 ນີ້ ແນ່ນອນວ່າ ພວກເຮົາຕ້ອງສ້າງສູນຂໍ້ມູນແຫ່ງຊາດ. ນີ້ແມ່ນຊັບສົມບັດຂອງຊາດ. ຕ້ອງຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງອິນເຕີເນັດ, ຮັບປະກັນສິດຂອງພົນລະເມືອງຕາມລັດຖະທຳມະນູນ ແລະ ກົດໝາຍ”.

ໃນໄລຍະຈະມາເຖິງ, ຫວຽດນາມ ສຸມໃສ່ສ້າງໃຫ້ສົມບູນແບບ ແລະ ຜັນຂະຫຍາຍການນຳໃຊ້ບັນດາການບໍລິການສາທາລະນະທີ່ຈຳເປັນ, ພ້ອມທັງສ້າງຂັ້ນຕອນວິຊາສະເພາະໃຫ້ສົບບູນແບບ, ຫັນສຳເນົາເອກະສານເປັນດີຈີຕອນ, ໝາກຜົນການແກ້ໄຂລະບຽບການບໍລິຫານໄດ້ສະໜອງທາງອິນເຕີເນັດ, ເຊື່ອມຕໍ່ບັນດາການບໍລິການສາທາລະນະກັບປະຕູຖານຂໍ້ມູນການບໍລິການສາທາລະນະລະດັບຊາດ.

ສ້າງລັດຖະບານດີຈີຕອນ ໄດ້ ແລະ ພວມຮັບການຍູ້ແຮງການຜັນຂະຫຍາຍຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອແສ້າງວິທີບໍລິຫານໃໝ່, ມີວິທີເຮັດໃໝ່ ແນໃສ່ຊົມໃຊ້ຜົນປະໂຫຍດຂອງເຕັກໂນໂລຊີຢ່າງສຸດຂີດໃຫ້ແກ່ການພັດທະນາຢ່າງວ່ອງໄວ, ຍືນຍົງຂອງປະເທດຊາດ.

 

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top