• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຈັດກອງປະຊຸມສະໄໝສາມັນປະຈຳເດືອນພະຈິກປີ 2019

ເສດຖະກິດ ຫວຽດນາມ ຍັງສືບຕໍ່ມີການຜັນແປຢ່າງຕັ້ງໜ້າ. ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ.


ກອງປະຊຸມສະໄໝສາມັນປະຈຳເດືອນພະຈິກປີ 2019

(ພາບ: VGP)


ຕອນເຊົ້າວັນທີ 02 ທັນວາ, ຢູ່ຮ່າໂນ້ຍ, ລັດຖະບານໄດ້ຈັດກອງປະຊຸມສະໄໝສາມັນປະຈຳເດືອນ ພະຈິກ ປີ 2019 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ. ກອງປະຊຸມໄດ້ດຳເນີນພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ເພື່ອແນໃສ່ກວດກາຄືນສະພາບການ ແລະ ຜັນຂະຫຍາຍບັນດາມາດຕະການປັບປຸງທີ່ຈຳເປັນດ້ວຍເປົ້າໝາຍປະຕິບັດບັນດາຕົວເລກຄາດໝາຍແຜນການປີ 2019 ໃຫ້ບັນລຸລະດັບສູງສຸດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ, ບັນດາສະມາຊິກລັດຖະບານ ໄດ້ຕັ້ງໜ້າເຂົ້າຮ່ວມວຽກງານກະກຽມສ້າງບັນດາຮ່າງກົດໝາຍ, ບັນດາຮ່າງບົດລາຍງານ ແລະ ເຂົ້າຮ່ວມການຊັກຖາມ, ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ເປັນຢ່າງດີ. ສະພາແຫ່ງຊາດໄດ້ຮັບຮູ້ບັນດາຜົນງານໃນການຄຸ້ມຄອງ, ບໍລິຫານຂອງລັດຖະບານ ເຊິ່ງໄດ້ສະແດງໃຫ້ເຫັນຜ່ານການປະຕິບັດລື່ນກາຍ 12/12 ຕົວເລກຄາດໝາຍເຊິ່ງສະພາແຫ່ງຊາດມອບໝາຍໃຫ້; ໃນນັ້ນມີຫຼາຍຕົວເລກຄາດໝາຍສຳຄັນ, ໂດຍສະເພາະແມ່ນການເຕີບໂຕ.

ທ່ານນາຍົກລັດຖະມົນຕີ ຖືວ່າ, ເສດຖະກິດ ຫວຽດນາມ ຍັງສືບຕໍ່ມີການຜັນແປຢ່າງຕັ້ງໜ້າ. ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ. ພິເສດ, ຂົງເຂດທ່ອງທ່ຽວສືບຕໍ່ເພີ່ມຂຶ້ນຢ່າງແຮງ; ວົງເງິນສົ່ງອອກສືບຕໍ່ເຕີບໂຕດີພໍສົມຄວນ.

ທີ່ກອງປະຊຸມ, ລັດຖະບານໄດ້ປຶກສາຫາລືບັນດາມາດຕະການ ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ບັນລຸໝາກຜົນດີທີ່ສຸດ, ໃນສະພາບປະເທດຊາດໃກ້ຈະກ້າວເຂົ້າປີ 2020 ດ້ວຍການຄາດຄະເນເສດຖະກິດໂລກສືບຕໍ່ມີທ່າອ່ຽງເຕີບໂຕຊັກຊ້າລົງ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top