• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຫວຽດນາມ ຍາມໃດກໍ່ຖື WB ແລະ IFC ແມ່ນຄູ່ຮ່ວມມືພັດທະນາທີ່ສຳຄັນທີ່ສຸດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ ໃນໄລຍະຈະມາເຖິງ, WB ແລະ IFC ຈົ່ງປ່ຽນແປງໃໝ່ການເຄື່ອນໄຫວຮ່ວມມື ດ້ວຍວິທີການໃໝ່, ມີຂອບເຂດໃຫຍ່ກວ່າ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານນາງ Manuela Ferro, ຮອງປະທານຜູ້ຮັບຜິດຊອບພາກພື້ນອາຊີຕາເວັນອອກ - ປາຊີຟິກ ຂອງກຸ່ມທະນາຄານໂລກ (ພາບ: TTXVN)

ຕອນບ່າຍວັນທີ 14 ພະຈິກນີ້, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Manuela Ferro, ຮອງປະທານຜູ້ຮັບຜິດຊອບພາກພື້ນອາຊີຕາເວັນອອກ - ປາຊີຟິກ ຂອງກຸ່ມທະນາຄານໂລກ (WB), ທ່ານ John Gandolfo, ຮອງປະທານອົງການການເງິນສາກົນ (IFC) ແລະ ທ່ານ Riccardo Puliti, ຮອງປະທານ IFC ຮັບຜິດຊອບພາກພື້ນອາຊີຕາເວັນອອກ-ປາຊີຟິກ.  

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ ໃນໄລຍະຈະມາເຖິງ, WB ແລະ IFC ຈົ່ງປ່ຽນແປງໃໝ່ການເຄື່ອນໄຫວຮ່ວມມືດ້ວຍວິທີການໃໝ່, ມີຂອບເຂດໃຫຍ່ກວ່າ, ເພີ່ມທະວີການຮ່ວມມື ລະຫວ່າງພາກລັດ - ເອກະຊົນ. ສຳລັບ WB, ທ່ານນາຍົກລັດຖະມົນຕີປາດຖະໜາໃຫ້ WB ສຸມບັນດາແຫຼ່ງທຶນ ດ້ວຍອັດຕາດອກເບ້ຍຕ່ຳສຸດໃຫ້ແກ່ບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນ, ມີຈຸດສຸມ, ມີຂະໜາດໃຫຍ່ຢູ່ ຫວຽດນາມ. ສຳລັບ IFC, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ IFC ສືບຕໍ່ມີແຫຼ່ງກຳລັງ, ບ້ວງເງິນລົງທຶນກ້ອນໃຫຍ່, ໂດຍສະເພາະແມ່ນໜູນຊ່ວຍສ້າງກອງທຶນເພື່ອຊຸກຍູ້ ພາກເອກະຊົນໃຫ້ພັດທະນາ, ກາຍເປັນເສົາຄ້ຳສຳຄັນຂອງພື້ນຖານເສດຖະກິດ, ພິເສດແມ່ນບັນດາຂະແໜງຫາກໍ່ພົ້ນເດັ່ນ, ມີເຕັກໂນໂລຊີສູງຄື  CPU ເຄິ່ງຊັກນຳໄຟຟ້າ, ພະລັງງານສະອາດ, ລົດໄຟຟ້າ...

ສ່ວນທ່ານນາງຮອງປະທານ WB, Manuela Ferro ໃຫ້ຮູ້ວ່າ, WB ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດ ພັດທະນາ, ມີລາຍຮັບສູງໃນປີ 2045. ສ່ວນຝ່າຍ IFC, ບັນດາການນຳ IFC ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ຫວຽດນາມ, ໂດຍສະເພາະແມ່ນຊຸກຍູ້ບັນດາວິສາຫະກິດພາກເອກະຊົນ ຫວຽດນາມ ໃຫ້ເຕີບໂຕ ແລະ ດຶງດູດນັກລົງທຶນແຖວໜ້າເຂົ້າມາ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ພິທີໄຫວ້ອາໄລ, ນຳອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວກັບເມືອປະເທດ

ພິທີໄຫວ້ອາໄລ, ນຳອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວກັບເມືອປະເທດ

ພັກ​, ລັດ, ທະ​ຫານ ແລະ ປະ​ຊາ​ຊົນ​ລາວ ຍາມ​ໃດ​ກໍ່​ຈະ​ລຶກ​ຄຸນ​ງາມ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ຂອງ​ບັນ​ດາ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່ໄດ້​ເສຍ​ສະຫຼະ​ເລືອດ​ເນື້ອ​ຂອງ​ຕົນ, ຍາມ​ໃດ​ກໍ່​ຮ່ຽງ​ບ່າ​ຮ່ຽງ​ໄຫຼ່​ກັບ ທະ​ຫານ ແລະ ປະ​ຊາ​ຊົນ​ລາວ ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ

Top