ທີ່ການເຈລະຈາທາງໂທລະສັບ, ສອງຝ່າຍກໍ່ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ມານະພະຍາຍາມຫັນການເຄື່ອນໄຫວທາງການທູດສອງຝ່າຍເປັນປົກກະຕິ ໂດຍບໍ່ຫົວຊາຕໍ່ຄວາມແຕກຕ່າງກັນທີ່ຍັງຄົງຕົວ.
ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ (ພາບ: REUTERS/Anushree Fadnavis)
ວັນທີ 25 ພຶດສະພາ, ທີ່ການເຈລະຈາທາງໂທລະສັບກັບທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ແຈ້ງກັບຝ່າຍອາເມລິກາຢ່າງເປັນທາງການ ກ່ຽວກັບການກະທຳໂຕ້ຕອບດ້ານການທະຫານເຊິ່ງຝ່າຍ ລັດເຊຍ ເອີ້ນວ່າ “ການກໍການຮ້າຍ”, ໂດຍອຳນາດການປົກຄອງ ຢູແກຼນ ດຳເນີນ ທີ່ເລັ່ງໃສ່ສາມັນຊົນ ແລະ ບັນດາເຂດຊຸມຊົນໃນຜືນແຜ່ນດິນລັດເຊຍ.
ຕາມນັ້ນແລ້ວ, ກຳລັງປະກອບອາວຸດ ສະຫະພັນ ລັດເຊຍ ເລີ່ມດຳເນີນການບຸກໂຈມຕີທາງອາກາດຢ່າງເປັນລະບົບ ແລະ ຕໍ່ເນື່ອງ ເລັ່ງໃສ່ບັນດາເປົ້າໝາຍຢູ່ຢູແກຼນ, ລວມມີບັນດາຮາກຖານທີ່ຮັບໃຊ້ໃຫ້ກຳລັງປະກອບອາວຸດ, ກໍ່ຄືບັນດາສູນທີ່ອອກຂໍ້ຕົກລົງທີ່ກ່ຽວຂ້ອງ. ທ່ານ ລັດຖະມົນຕີການຕ່າງປະເທດ Lavrov ກໍ່ໄດ້ເຕື້ອງເຖິງຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ທີ່ສະເໜີບັນດາປະເທດ ມີອົງການຕາງໜ້າຢູ່ Kiev, ນະຄອນຫຼວງ ຢູແກຼນ ໃນນັ້ນມີ ອາເມລິກາ, ອົບພະຍົບພະນັກງານການທູດ ແລະ ພົນລະເມືອງອອກຈາກ Kiev. ທີ່ການເຈລະຈາທາງໂທລະສັບ, ສອງຝ່າຍກໍ່ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ມານະພະຍາຍາມຫັນການເຄື່ອນໄຫວທາງການທູດສອງຝ່າຍເປັນປົກກະຕິ ໂດຍບໍ່ຫົວຊາຕໍ່ຄວາມແຕກຕ່າງກັນທີ່ຍັງຄົງຕົວ.
(ແຫຼ່ງຄັດຈາກ VOV)