ທ່ານ Phil Nelson, ຮອງປະທານຝ່າຍບໍລິຫານ ສະຖານີໂທລະພາບ CNN ປາດຖະໜາຢາກສືບຕໍ່ເລົ່າບັນດາເລື່ອງລາວກ່ຽວກັບປະເທດ “ຫວຽດນາມ ໃໝ່” - ປະເທດພວມພັດທະນາຢ່າງແຮງ ກ່ຽວກັບເສດຖະກິດ, ນະວັດຕະກຳ, ເຕັກໂນໂລຢີ ແລະ ມີສີສັນວັດທະນະທຳທີ່ຫຼາກຫຼາຍ.
ທ່ານ Phil Nelson, ຮອງປະທານຝ່າຍບໍລິຫານ ສະຖານີໂທລະພາບ CNN (ອາເມລິກາ) ແລະ ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ (ກະຊວງການຕ່າງປະເທດ)
ວັນທີ 25 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ເມື່ອກ່າວຄຳເຫັນທີ່ການຕ້ອນຮັບທ່ານ Phil Nelson, ຮອງປະທານຝ່າຍບໍລິຫານ ສະຖານີໂທລະພາບ CNN (ອາເມລິກາ), ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ, ເລື່ອງເປັນເຈົ້າພາບຈັດຕັ້ງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2027 ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ໂຄສະນາພາບພົດຂອງປະເທດຊາດ, ແນະນຳບັນດາຜົນງານພັດທະນາ, ສີສັນວັດທະນະທຳ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ກໍຄື ກຳນົດທິດທາງພັດທະນາຂອງ ຫວຽດນາມ ເຖິງປະຊາຄົມສາກົນ, ພິເສດແມ່ນຄົນລຸ້ນໜຸ່ມ ຜ່ານບັນດາຍານພາຫະນະສື່ມວນຊົນ ແລະ ເຕັກໂນໂລຢີໃໝ່.
ສ່ວນທ່ານ Phil Nelson, ຮອງປະທານຝ່າຍບໍລິຫານ ສະຖານີໂທລະພາບ CNN ກໍ່ປາດຖະໜາຢາກສືບຕໍ່ເລົ່າບັນດາເລື່ອງລາວກ່ຽວກັບປະເທດ “ຫວຽດນາມ ໃໝ່” - ປະເທດພວມພັດທະນາຢ່າງແຮງ ກ່ຽວກັບເສດຖະກິດ, ນະວັດຕະກຳ, ເຕັກໂນໂລຢີ ແລະ ມີສີສັນວັດທະນະທຳທີ່ຫຼາກຫຼາຍ; ເປີດກວ້າງການຮ່ວມມືກັບບັນດາອົງການ, ທ້ອງຖິ່ນຂອງ ຫວຽດນາມ ໃນຂົງເຂດສື່ມວນຊົນ, ໂຄສະນາການທ່ອງທ່ຽວ, ວັດທະນະທຳ, ນະວັດຕະກຳ ແລະ ການເຕີບໂຕເສດຖະກິດ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຄົ້ນຄວ້າບັນດາຮູບການຮ່ວມມືທີ່ເໝາະສົມ, ປະກອບສ່ວນໂຄສະນາພາບພົດ ຫວຽດນາມ ແລະ ປີ APEC 2027 ຢ່າງມີປະສິດທິຜົນເຖິງເພື່ອນມິດສາກົນ./.
(ແຫຼ່ງຄັດຈາກ VOV)