• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ ແລະ ອາ​ເມ​ລິ​ກາ ສືບ​ຕໍ່​ເຈ​ລະ​ຈາ​ຢູ່​ກາ​ຕາ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ

ຮອບ​ເຈ​ລະ​ຈາ​ຂອງ ອີ​ຣານ ແລະ ອາ​ເມ​ລິ​ກາ ຢູ່ ກາ​ຕາ​ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ໂລກ ພາຍຫຼັງ​ທ່ານ Marco Rubio ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ເຈາະ​ຈິ້ມ​ວ່າ ຂໍ້​ຕົກ​ລົງ​ອາດ​ສາ​ມາດ​ບັນ​ລຸ​ໄດ້.
  ທ່ານ Esmaeil Baqaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ (ພາບ: Majid Asgaripour/WANA via REUTERS)  

ຕອນ​ບ່າຍ​ວັນ​ທີ 25 ພຶດ​ສະ​ພາ, ຄະ​ນະ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອີ​ຣານ ໄດ້​ໄປ​ກາ​ຕາໂດຍ​ບັງ​ເອີນ ເພື່ອ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ແລະ ການ​​ແກ້​ໄຂ​ບ້ວງ​ເງິນ​ທີ່ຖືກ​ປິດ​ລ້ອມ​ຂອງ​ປະ​ເທດ​ນີ້. ຕາມ​ສື່ມວນ​ຊົນ​ແລ້ວ, ນຳ​ໜ້າ​ຄະ​ນະ​ຜູ້​ແທນນີ້​ແມ່ນ​ທ່ານ​ Mohammad Bagher Ghalibaf ປະ​ທານ​ສະ​ພາ​ແຫ່ງ​ຊາດ ອີ​ຣານ ແລະ ທ່ານ Abbas Araghchi, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ ເຊິ່ງ​ແມ່ນບັນ​ດາທ່ານ​​ທີ່​ໄດ້ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາ​ແບບ​ເຊິ່ງ​ໜ້າ ເມື່ອເດືອນ​ເມ​ສາ ຢູ່ ປາ​ກິດ​ສະ​ຖານ.

ຮອບ​ເຈ​ລະ​ຈາ​ຂອງ ອີ​ຣານ ແລະ ອາ​ເມ​ລິ​ກາ ຢູ່ ກາ​ຕາ​ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ໂລກ ພາຍຫຼັງ​ທ່ານ Marco Rubio ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ເຈາະ​ຈິ້ມ​ວ່າ ຂໍ້​ຕົກ​ລົງ​ອາດ​ສາ​ມາດ​ບັນ​ລຸ​ໄດ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫຼັງ​ຈາກ​ນັ້ນ ບັນ​ດາ​ຖະ​ແຫຼງ​ການ​ຂອງ​ທັງ ເຕ​ເຮ​ຣານ ແລະ ວໍ​ຊິງ​ຕັນ ລ​ວ້ນ​ແຕ່​ປະ​ຕິ​ເສດ​ຄວາມ​ປະ​ເອີບ​ໃຈ​ຕໍ່​ຂໍ້​ຕົກ​ລົງ​ນີ້​ຢ່າງ​ໄວ​ວາ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມຂ່າວ, ທ່ານ Esmaeil Baqaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ເນັ້ນ​ໜັກ​ຫຼັກ​ໝັ້ນ​ວ່າ ອີຣານ ຈະ​ສືບ​ຕໍ່​​ຄຸມ​ຄອງ​​ການຄົມ​ມະ​ນາ​ຄົມ​ທາງ​ທະ​ເລ ຜ່ານ​ຊ່ອງ​ແຄບທະ​ເລ Hormuz ດ້ວຍ​ວິ​ທີ​ເກັບ​ຄ່າ​ການ​ບໍ​ລິ​ການ. ໃນ​ຂະ​ນະ​ນັ້ນ, ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ ໄດ້​ລົງ​ບົດ​ຂຽນ​ທາງສື່​ສັງ​ຄົມ​ອອ​ນ​ໄລ ​ຮຽກ​ຮ້ອງ​ບັນ​ດາ​ນັກ​ເຈ​ລະ​ຈາ​ປະ​ເທດ​ນີ້ ບໍ່ຄວນ​ຟ້າວຟັ່ງ​ເພື່ອ​ບັນ​ລຸ​ ຂໍ້​ຕົກ​ລົງ​ກັບ ອີ​ຣານ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ອິດ​ສະ​ລາມ​ໃນ​ທົ່ວ​ພາກ​ພື້ນຕາ​ເວັນ​ອອກ​ກາງ ແລະ ບັນ​ດາ​​ພາກ​ພື້ນ​ອື່ນໆ ຫັນ​ການ​ພົວ​ພັນ​ກັບ ອິດ​ສະ​ລາ​ແອັນ​ເປັນ​ປົກ​ກະ​ຕິ, ຄື​ດັ່ງ​ສ່ວນ​ໜຶ່ງ​ຂອງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ຢູ່ ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ພິທີໄຫວ້ອາໄລ, ນຳອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວກັບເມືອປະເທດ

ພິທີໄຫວ້ອາໄລ, ນຳອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວກັບເມືອປະເທດ

ພັກ​, ລັດ, ທະ​ຫານ ແລະ ປະ​ຊາ​ຊົນ​ລາວ ຍາມ​ໃດ​ກໍ່​ຈະ​ລຶກ​ຄຸນ​ງາມ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ຂອງ​ບັນ​ດາ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່ໄດ້​ເສຍ​ສະຫຼະ​ເລືອດ​ເນື້ອ​ຂອງ​ຕົນ, ຍາມ​ໃດ​ກໍ່​ຮ່ຽງ​ບ່າ​ຮ່ຽງ​ໄຫຼ່​ກັບ ທະ​ຫານ ແລະ ປະ​ຊາ​ຊົນ​ລາວ ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ

Top