• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບແຜນການລົງທຶນສາທາລະນະ ໄລຍະກາງ 2021 – 2025

      ໃນວາລະປະຊຸມເມື່ອຕອນເຊົ້າວັນທີ 24 ກໍລະກົດ, ສະພາແຫ່ງຊາດ ກໍໄດ້ຮັບຟັງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ສະເໜີບົດລາຍງານກ່ຽວກັບແຜນການລົງທຶນໄລຍະກາງ 2021 – 2025. ວາລະປະຊຸມຖືກດຳເນີນໃນຂອບເຂດຂອງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV.
ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV (ພາບ: TTXVN)
      ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ, ງົບປະມານຂອງລັດທັງໝົດ ທີ່ຄາດວ່າຈະລົງທຶນໃຫ້ແກ່ໄລຍະ 2021 – 2025 ແມ່ນ 2,87 ລ້ານຕື້ດົ່ງ (2.870.000 ຕື້ດົ່ງ). ຈຳນວນໂຄງການທັງໝົດທີ່ປະຕິບັດໃນໄລຍະ 2021 – 2025 ແມ່ນຕ່ຳກວ່າ 5.000 ໂຄງການ. ເມື່ອຄາດຄະເນກ່ຽວກັບໝາກຜົນທີ່ບັນລຸໄດ້, ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ຮອດປີ 2025, ປະຕິບັດສຳເລັດການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ທາງທິດຕາເວັນອອກ, ເສັ້ນທາງອ້ອມຮອບ 3, ເສັ້ນທາງອ້ອມຮອບ 4 ຢູ່ເຂດກຳລັງໜູນຂອງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ເສັ້ນທາງເຊື່ອມຈອດເຂດຕອນໃຕ້ພາກກາງ ກັບເຂດໄຕງວຽນ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງແກ່ການພັດທະນາເຂດພູດອຍທາງທິດເໜືອ, ບັນດາກິດຈະກຳເສັ້ນທາງດ່ວນ ແລະ ທາງນ້ຳພາຍໃນປະເທດໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໂດຍພື້ນຖານ.
            ກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມດ້ວຍບັນດາຮອງປະທານສະພາແຫ່ງຊາດ ໄດ້ເປັນປະທານວາລະປະຊຸມ ຮັບຟັງບັນດາອົງການທີ່ກ່ຽວຂ້ອງລາຍງານກ່ຽວກັບການເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ມອບມະຕິຕົກລົງຂອງສະພາແຫ່ງຊາດ,
ຄະນະປະຈຳສະພາແຫ່ງຊາດວ່າດ້ວຍວຽກງານພະນັກງານ (ພາບ: TTXVN)
      ກ່ອນໜ້ານັ້ນ, ຕອນບ່າຍວັນທີ 23 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ສະພາແຫ່ງຊາດ ຊຸດທີ XV ໄດ້ຈັດພິທີປະກາດ ແລະ ມອບມະຕິຕົກລົງຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດວ່າດ້ວຍວຽກງານພະນັກງານ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top