• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢູ່ຫວຽດນາມຍັງມີກາລະໂອກາດຫລາຍຢ່າງໃຫ້ແກ່AFPຜັນຂະຫຍາຍການຮ່ວມມື


ທ່າ​ນ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບທ່ານ​ Emmanuel Hoog ປະ​ທານ,
ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສຳ​ນັກ​ຂ່າວ​ສານ AFP
      ຕອນ​ບ່າຍ​ວັນ​ທີ 30/3, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່າ​ນ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບທ່ານ​ Emmanuel Hoog ປະ​ທານ, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສຳ​ນັກ​ຂ່າວ​ສານ AFP ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຕີ​ລາ​ຄາ​ສູງ ເລື່ອງ AFP ແມ່ນ​ສຳ​ນັກ​ຂ່າວ​ສານ​ຕ່າງ​ປະ​ເທດ​ທຳ​ອິດ ແລະ ຫ​ນຶ່ງ​ດຽວ ໄດ້​ເປີດ​ຫ້ອງ​ການ​ຜູ້​ຕາງ​ຫ​ນ້າ​ຢູ່​ຫວຽດ​ນາມ ແຕ່​ຊຸມ​ປີ 1950 ແລະ ມ​ີ​ນັກ​ຂ່າວ​ມາ​ປະ​ຈຳ​ຢູ່ ຮ່າ​ໂນ້ຍ ຢ່າງ​ລຽນ​ຕິດ ເພື່ອ​ແນະ​ນຳ​ກ່ຽວ​ກັບ​ຫວຽດ​ນາມ ໃນ​ເກືອບ 70 ປີ​ຜ່ານ​ມາ ພ້ອ​ມ​ທັງ​ເນັ້ນ​ຫ​ນັກ​ວ່າ : ຫວຽດ​ນາມ ຍັງ​ມີ​ຫລາຍ​ກາ​ລະ​ໂອ​ກາດ​ໃຫ້​ແກ່ AFP ສືບ​ຕໍ່​ຜ​ັ​ນ​ຂະ​ຫ​ຍາຍ​ຮ່ວມ​ມື​ໃນ​ຂົງ​ເຂດ​ສື່ສານ. ທ່ານ​ປະ​ທານ​ປະ​ເທດ ສະ​ເຫ​ນີ AFP ສືບ​ຕໍ່​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ຫ​ນ້າ, ສົ່ງ​ຂ່າວ​ກ່ຽວ​ກັບ​ຫວຽດ​ນາມ ຢ່າງ​ພາ​ວະ​ວິ​ໄສ, ຊ່ວຍ​ໃຫ້​ໂລກ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຫວຽດ​ນາມ ກວ່າ ກໍ​ຄື​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຝ​ລັ່ງ ພວມ​ພັດ​ທະ​ນາ​ຢ່າ​ງ​ແຮງ. ສ່ວນ​ທ່ານ Emmanuel Hoog ຜູ້​ອຳ​ນວຍ​ການ​​ຝ່າຍບໍ​ລິ​ຫານ AFP ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ຂອງ​ລະ​ບົບ​ສື່ມວນ​ຊົນ​ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ໃຫ້​ຮູ້​ວ່າ: AFP ຈະ​ນັ​ບມື້​ນັ​ບ​ປ່ຽນ​ໃຫມ່ ແລະ ຫັນ​ພາ​ຫະ​ນະ​ເປັນ​ທັນ​ສະ​ໄຫມເພື່ອ ໂຄ​ສະ​ນາ​ສະ​ພາບ​ການ​ເມືອງ, ສະ​ຖາ​ນະ​ການ ແລະ ຮູບ​ພາບ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ​ເຖິງ​ເພື່ອນ​ມິດ​ສາ​ກົນ​ ຢ່າງ ມີ​ປະ​ສິດ​ທິ​ຜົນ, ຊັດ​ເຈນ, ທັນ​ການ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top