ທີ່ພິທີ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນມູນເຊື້ອຕໍ່ສູ້ຢ່າງອົງອາດກ້າຫານຂອງຂະບວນການລຸກຮື້ຂຶ້ນຂອງຊາວກະສິກອນ ໄຕເຊີນໃນທ້າຍສະຕະວັດ ທີ XVIII. ໃນນັ້ນ, ກະສັດ ກວາງຈຸງ - ຫງວຽນເຫ້ວ, ການນຳດີເດັ່ນ, ຜູ້ນຳຂະບວນການລຸກຮຶ້ຂຶ້ນຂອງຊາວກະສິກອນ ພັດທະນາກາຍເປັນຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີຂອບຂະໜາດປະຫວັດສາດ. ກ່າວຄຳເຫັນພິທີສະເຫຼີມສະຫຼອງ, ທ່ານ ຫງວຽນຕວັນແທັງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ຢາລາຍ ໃຫ້ຮູ້ວ່າ:
ດ້ວຍຄວາມໄວ້ເນື້ອເຊື່ອໃຈໃໝ່, ບັນຍາກາດໃໝ່, ແຂວງ ຢາລາຍຮຽກຮ້ອງພໍ່ແມ່ປະຊາຊົນ, ສະຫາຍ, ພະນັກງານ, ນັກຮົບ ແລະ ປະຊາຄົມວິສາຫະກິດ ໃນແຂວງ ສືບຕໍ່ຮ່ວມແຮງຮ່ວມໃຈ, ຍາດແຍ່ງກາລະໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕັດສິນໃຈປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2026 ຢ່າງມີໄຊ, ຈັດຕັ້ງສຳເລັດປີ ທ່ອງທ່ຽວແຫ່ງຊາດ 2026.







