• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ EU ເພີ່ມຂຶ້ນສູງ

      ຕາມຂໍ້ມູນຂອງສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳຫວຽດນາມ(VASEP), ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ EU ໃນ 6 ເດືອນ  ຕົ້ນປີນີ້ ບັນລຸເກືອບ 37 ລ້ານUSD ເພີ່ມຂຶ້ນ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 
ມູນຄ່າການສົ່ງອອກຫອຍກີ້ຂອງຫວຽດນາມໄປຍັງ EU ເພີ່ມຂຶ້ນສູງ
      ໃນໄຕມາດ 1, ມູນຄ່າການສົ່ງອອກສິນຄ້າປະເພດນີ້ໄປຍັງ EU ເພີ່ມຂຶ້ນພຽງ 11% ເທົ່ານັ້ນ ແຕ່ຮອດໄຕມາດ 2, ວົງເງິນໄດ້ເພີ່ມຂຶ້ນ 56% ເມື່ອມຽບໃສ່ໄລຍະດຽວກັນຂອງປີກາຍ. ໃນໂຄງປະກອບຜະລິດຕະພັນ, ຫອຍກີ້ ກວມເອົາອັດຕາສ່ວນສູງກວ່າໝູ່.
     ຕາມສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳ ຫວຽດນາມແລ້ວ ການສົ່ງອອກຫອຍໄປຍັງ EU ໄດ້ເຕີບໂຕດີຍ້ອນວ່ານີ້ແມ່ນບັນດາຜະລິດຕະພັນປຸງແຕ່ງມີຄວາມສະດວກໃນການບໍລິໂພກໃນຍາມເກີດໂລກລະບາດ ແລະ ລາຄາກໍ່ເໝາະສົມ. ການປຸງແຕ່ງສົ່ງອອກສິນຄ້າປະເພດນີ້ຂອງຫວຽດນາມພັດບໍ່ຂຶ້ນກັບບັນດາແຫຼ່ງນຳເຂົ້າ. ອີຕາລີ, ແອັດສະບາຍ, ປັອກຕຸຍການແມ່ນສາມຕະຫຼາດນຳເຂົ້າຫອຍຈາກຫວຽດນາມຫຼາຍກວ່າໝູ່ໃນ EU ກວມເປັນລຳດັບ 21% 17% ແລະ 12%.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top