• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫຼາຍ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ

ເນື່ອງ​ໃນ​ໂອ​ກາດ ​ສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ (10/10/1954 - 10/10/2026), ຕອນ​ບ່າຍ​ວັນທີ 10 ຕຸ​ລາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ເປີດ​ນຳ​ໃຊ້, ເລີ່ມ​ລົງ​ມື​ກໍ່​ສ້າງ 18 ໂຄງ​ການ, ກິດ​ຈະ​ກຳ​ດີ​ເດັ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ, ສາ​ທາ​ລະ​ນະ​ສຸກ, ວັດ​ທະ​ນະ​ທຳ, ການ​ຄ້າ, ການ​ບໍ​ລິ​ການ, ສິ່ງ​ແວດ​ລ້ອມ…
ມີຫຼາຍກິດຈະກຳສະເຫຼີມສະຫຼອງ 72 ປີແຫ່ງວັນປົດປ່ອຍນະຄອນຫຼວງ (ພາບ: VNA)

ເນື່ອງ​ໃນ​ໂອ​ກາດ ​ສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ (10/10/1954 - 10/10/2026), ຕອນ​ບ່າຍ​ວັນທີ 10 ຕຸ​ລາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ເປີດ​ນຳ​ໃຊ້, ເລີ່ມ​ລົງ​ມື​ກໍ່​ສ້າງ 18 ໂຄງ​ການ, ກິດ​ຈະ​ກຳ​ດີ​ເດັ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ, ສາ​ທາ​ລະ​ນະ​ສຸກ, ວັດ​ທະ​ນະ​ທຳ, ການ​ຄ້າ, ການ​ບໍ​ລິ​ການ, ສິ່ງ​ແວດ​ລ້ອມ… ດ້ວຍ​ຍ້ອນ​ເງິນ​ລົງ​ທຶນ​ເກືອບ 127.500 ຕື້​ດົ່ງ (4,92 ລ້ານ USD), ລວມ​ມີ 14 ໂຄງ​ການ​ເປີດ​ນຳ​ໃຊ້, ເປີດ​ສັນ​ຈອນ​ທາງ​ເຕັກ​ນິກ ແລະ 14 ໂຄງ​ການ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໃໝ່.

ໃນ​ບັນ​ດາ​ໂຄງ​ການ​ເລີ່ມ​ລົງ​ມື​ກໍ່​ສ້າງ​ມີ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ, ປະ​ຕິ​ສັງ​ຂອນ, ຈຸດຫຼໍ່ແຫຼມ​​ລະ​ບົບ​ຄັນ​ຄູ, ການ​ຂຸດ​ລອກ ແລະ ການ​ແກ້​ໄຂ​ມົນ​ລະ​ມິດ​ສິ່​ງ​ແວດ​ລ້ອມ​ເຂດ​ແມ່​ນ້ຳ​ເຍ້ວ, ດ້ວຍຍອດ​ເງິນ​ລົງ​ທຶນກວ່າ 75.000 ຕື້​ດົ່ງ (2,8ລ້ານ USD), ໂຄງ​ການ​ລົງ​ທຶນ​ກໍ່​ສ້າງສວນ​ສາ​ທາ​ລະ​ນະ Safari ບາ​ວີ, ເຊິ່ງ​ເປັນສວນ​ສາ​ທາ​ລະ​ນະແບບ​ເຄິ່ງ​ທຳ​ມະ​ຊາດ ທີ່​ມີ​ຂອບ​ຂະ​ໜາດ​ປະ​ມານ 299 ເຮັກ​ຕາ.

ແລະ​ກໍ່​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຮ່​ວານ​ກຽມ (ຮ່າ​ໂນ້ຍ) ໄດ້​ຈັດ​ພິ​ທີ​ເປີດ​ຕົວ​ຮູບ​ແບບ​ທົດ​ລອງ “ຖະ​ໜົນ​ອັດ​ສະ​ລິ​ຍະ” ຕາມ​ຖະ​ໜົນ ຮ່າງ​ດ່າວ - ຮ່າງ​ງາງ - ຮ່າງ​ເດືອງ - ດົ່ງ​ຊວັນ - ຮ່າງ​ໄຢ. ຮູບ​ແບບ​ນີ້​ແນ​ໃສ່​ການ​ເຊື່ອມ​ຕໍ່​ບັນ​ດາ​ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ​ສ້າງ​ລະ​ບົບ​ນິ​ເວດ​ທີ່​ສະ​ດວກ…

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top