• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ພັດ​ທະ​ນາ​ລະ​ຫວ່າງວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ມາ​ເລ​ເຊຍ

ຕອນຄ່ຳວັນທີ 7 ທັນວາ, ຢູ່ນະຄອນຫຼວງ ກົວລາລຳເບີ ປະເທດ ມາເລເຊຍ, ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ, ສະມາຄົມວິສາຫະກິດ ຫວຽດນາມ ຢູ່ ມາເລເຊຍ (VMBIZ) ໄດ້ສົມທົບກັບຫ້ອງການການຄ້າ ມາເລເຊຍ (MCCM) ຈັດຕັ້ງພິທີເຊັນບົດບັນທຶກຊ່ວຍຈຳລະ ຫວ່າງ VMBIZ ແລະ MCCM.
  ພິທີລາຍເຊັນລະຫວ່າງສອງຝ່າຍ (ພາບ: TTXVN)  
ກ່າວຄຳເຫັນໄຂເຫດການ, ທ່ານນາງ ຫງວຽນທິແທັງເວິນ, ຮອງປະທານ VMBIZ ໄດ້ເນັ້ນໜັກວ່າ ພິທີເຊັນບົດບັນທຶກຊ່ວຍຈຳໄດ້ສ້າງຂີດໝາຍປະທັບໃຈໃນວິວັດການເຄື່ອນໄຫວຂອງສະມາຄົມ, ເປີດຫຼາຍກາລະໂອກາດຮ່ວມມື ລະຫວ່າງບັນດາວິສາຫະກິດ ຫວຽດນາມ ຢູ່ມາເລເຊຍ ກໍ່ຄືວິສາຫະກິດ ລະຫວ່າງສອງປະເທດ. ທ່ານນາງໃຫ້ຮູ້ວ່າ ສະມາຄົມຈະຈັດຕັ້ງສັບປະດາສິນຄ້າ ຫວຽດນາມ ທີ່ມີຄຸນນະພາບສູງຢູ່ ມາເລເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ ໃນປີ 2023.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດລື່ນກາຍ 1.700 ຄົນ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດລື່ນກາຍ 1.700 ຄົນ

ໃນ​ວັນ​ດຽວ​ກັນ ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ປະ​ກາດ​ວ່າ​ປະ​ເທດ​ນີ້ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອຸ​ປະ​ຖຳ​ເງິນກວ່າ 300 ລ້ານ USD ເພື່ອ​ໜູນ​ຊ່ວຍ​ໃຫ້​ເວ​ເນ​ຊູ​ເອ​ລາ, ເພີ່ມ​ຂຶ້ນ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ຄຳ​ໝັ້ນ​ສັນ​ຍາກ່ອນ​ນັ້ນ​ແມ່ນ 150 ລ້ານ USD.

Top