ຂ່າວສານ

ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ພັດ​ທະ​ນາ​ລະ​ຫວ່າງວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ມາ​ເລ​ເຊຍ

ຕອນຄ່ຳວັນທີ 7 ທັນວາ, ຢູ່ນະຄອນຫຼວງ ກົວລາລຳເບີ ປະເທດ ມາເລເຊຍ, ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ, ສະມາຄົມວິສາຫະກິດ ຫວຽດນາມ ຢູ່ ມາເລເຊຍ (VMBIZ) ໄດ້ສົມທົບກັບຫ້ອງການການຄ້າ ມາເລເຊຍ (MCCM) ຈັດຕັ້ງພິທີເຊັນບົດບັນທຶກຊ່ວຍຈຳລະ ຫວ່າງ VMBIZ ແລະ MCCM.
  ພິທີລາຍເຊັນລະຫວ່າງສອງຝ່າຍ (ພາບ: TTXVN)  
ກ່າວຄຳເຫັນໄຂເຫດການ, ທ່ານນາງ ຫງວຽນທິແທັງເວິນ, ຮອງປະທານ VMBIZ ໄດ້ເນັ້ນໜັກວ່າ ພິທີເຊັນບົດບັນທຶກຊ່ວຍຈຳໄດ້ສ້າງຂີດໝາຍປະທັບໃຈໃນວິວັດການເຄື່ອນໄຫວຂອງສະມາຄົມ, ເປີດຫຼາຍກາລະໂອກາດຮ່ວມມື ລະຫວ່າງບັນດາວິສາຫະກິດ ຫວຽດນາມ ຢູ່ມາເລເຊຍ ກໍ່ຄືວິສາຫະກິດ ລະຫວ່າງສອງປະເທດ. ທ່ານນາງໃຫ້ຮູ້ວ່າ ສະມາຄົມຈະຈັດຕັ້ງສັບປະດາສິນຄ້າ ຫວຽດນາມ ທີ່ມີຄຸນນະພາບສູງຢູ່ ມາເລເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ ໃນປີ 2023.

top