ຂ່າວສານ
ມີຫຼາຍກວ່າ 650 ຄະນະທັງຢູ່ພາຍໃນ ແລະ ສາກົນ ມາໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ
ຕາມຄະນະຈັດຕັ້ງພິທີງານສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແລ້ວ, ໄລ່ຮອດເວລາ 17 ໂມງຂອງວັນທີ 24 ພຶດສະພາ, ມີ 655 ຄະນະ (ປະມານ 9.300 ຄົນ) ໄດ້ມາໄຫວ້ອາໄລ, ຝາກພວງມາລາ, ແບ່ງເບົາຄວາມເສົ້າສະຫຼົດໃຈກັບຄອບຄົວອະດີດປະທານປະເທດ ເຈິ່ນດຶກເລືອງ.
ລະອຽດ, ແຕ່ 7 ໂມງຫາ 17 ໂມງຂອງວັນທີ 24 ພຶດສະພາ, ມີ 655 ຄະນະຜູ້ແທນເປັນການນຳພັກ, ລັດ, ຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະ, ທ້ອງຖິ່ນ, ກົມກອງ, ບັນດາກຳລັງປະກອບອາວຸດປະຊາຊົນ, ບັນດາຄະນະທຸຕານຸທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ພໍ່ແມ່ພີ່ນ້ອງໄດ້ເຂົ້າໄຫວ້ອາໄລ, ຝາກພວງມາລາ, ແບ່ງເບົາຄວາມເສົ້າສະຫຼົດໃຈພ້ອມກັບຄອບຄົວອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ຫໍຈັດງານສົບລະດັບຊາດແຫ່ງຊາດ, ທີ່ຮ່າໂນ້ຍ, ສະໂມສອນຖົງເຍິກ, ນະຄອນ ໂຮ່ຈີມິນ ແລະ ສະໂມສອນ T50, ກອງບັນຊາການທະຫານ ແຂວງ ກວາງງາຍ, ບ້ານເກີດເມືອງນອນຂອງເພິ່ນ.
ວັນທີ 24 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຈີນ, ລາວ, ໄທ, ມົດສະກູ, ອີນເດຍ, ອັງກິດ, ສ.ເຊັກໂກ, ອົດສະຕາລີ, ຍີ່ປຸ່ນ.... ລ້ວນແຕ່ໄດ້ຈັດພິທີໄຫວ້ອາໄລ ແລະ ເປີດການຂຽນຄວາມຮູ້ສຶກອາໄລຫາທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຕາມພິທີລະດັບຊາດ. ມີເພື່ອນມິດສາກົນ, ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ບັນດາປະເທດດັ່ງກ່າວໄດ້ມາໄຫວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ.








