• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫຼາຍກວ່າ 10.000 ຄົນເຂົ້າຮ່ວມພິທີໃຕ້ທຽນພາວະນາໃຫ້ມີສັນຕິພາບ ໃນຂອບເຂດວັນບຸນວິສາຂະບູຊາ 2025

ບັນດາຜູ້ແທນ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ໄດ້ສະຫງວນເວລາເພື່ອອາໄລຫາຊາວ ຫວຽດນາມ ກວ່າ 3 ລ້ານຄົນທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເອກະລາດ
ຄ່ຳຄືນຈັດພິທີໃຕ້ທຽນພາວະນາໃຫ້ມີສັນຕິພາບ.

ໃນຂອບເຂດຂ່ຳນັບຊົມເຊີຍວັນບຸນວິສາຂະບູຊາສະຫະປະຊາຊາດ (Vesak) ປີ 2025, ຕອນຄ່ຳວັນທີ 06 ພຶດສະພາ, ໃນບໍລິເວນສະຖາບັນສົງ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ແລະ ສວນສາທາລະນະວັດທະນະທຳ ລາງແລ, ເມືອງ ບິ່ງແຈັງ, ນະຄອນ ໂຮ່ຈີມິນ, ມີຫຼາຍກວ່າ 10.000 ຄົນໄດ້ເຂົ້າຮ່ວມພິທີໃຕ້ທຽນ - ຄຳຄືນປ່ອຍໂຄມໄຟພາວະນາໃຫ້ໂລກມີສັນຕິພາບ, ໂດຍສະມາຄົມພູດທະສາສະໜາມ ຫວຽດນາມ ຈັດຂຶ້ນ.

ທີ່ພິທີ, ບັນດາຜູ້ແທນ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ໄດ້ສະຫງວນເວລາເພື່ອອາໄລຫາຊາວ ຫວຽດນາມ ກວ່າ 3 ລ້ານຄົນທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ອາໄລຫາບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ຕອບບຸນແທນຄຸນບັນດາທະຫານເຈັບປວຍ ແລະ ແມ່ ຫວຽດນາມ ວິລະຊົນ, ບັນດາຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ.

ກ່າວຄຳເຫັນທີ່ພິທີ, ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງຊົນເຜົ່າ ແລະ ສາສະໜາ ຫວຽດນາມ, ຢືນຢັນວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເຄົ້າລົບສິດເສລີດ້ານສາສະໜາ ແລະ ສິດເສລີໃນການເຊື່ອມຖືເຫຼື້ອມໄສ ແລະ ບໍ່ເຊື່ອຖືຂອງປະຊາຊົນໝົດທຸກຄົນ.

(ແຫຼ່ງຄັດຈາກ VOV)

ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ຈີນ ກະ​ກຽມ​ພົບ​ປະ​ກັນ​ເພື່ອ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ

ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ຈີນ ກະ​ກຽມ​ພົບ​ປະ​ກັນ​ເພື່ອ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ

ເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ແລະ ຈີນ ຈະພົບປະກັນໃນທ້າຍອາທິດນີ້ຢູ່ ສະວິດ ເພື່ອເລີ່ມຕົ້ນການເຈລະຈາດ້ານການຄ້າລະຫວ່າງສອງປະເທດ.

Top