• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຄວາມສ່ຽງເກີດຄວາມວຸ້ນວາຍທາງການບິນ ຝລັ່ງ ຍ້ອນການຢຸດງານ

ບັນດາອົງການເພື່ອນຮ່ວມອາຊີບໄດ້ຮຽກຮ້ອງໃຫ້ປັບປຸງເງື່ອນໄຂເຮັດວຽກ, ເພີ່ມບຸກຄະລາກອນ, ພ້ອມທັງອອກສຽງເວົ້າກ່ຽວກັບສະພາບການລະບົບເຕັກນິກທີ່ຫຼ້າຫຼັງ.
ເຮືອບິນຈອດຢູ່ສະໜາມບິນ Paris Orly ຢູ່ນະຄອນຫຼວງ Paris (ພາບ: THX/TTXVN)
ມີນັບຮ້ອຍຖ້ຽວບິນຖືກຍົກເລີກເຮັດໃຫ້ຜູ້ໂດຍສານກວ່າ 30.000 ຄົນຢູ່ ເອີລົບ ຖືກຜົນສະທ້ອນ ເມື່ອໃນວັນທີ 3 ກໍລະກົດ ບັນດາພະນັກງານຄຸ້ມຄອງທາງອາກາດຂອງ ຝລັ່ງ ເລີ່ມຕົ້ນການຢຸດງານທີ່ແກ່ຍາວເປັນເວລາ 2 ວັນເພື່ອແນໃສ່ຄັດຄ້ານສະພາບການຂາດບຸກຄະລາກອນ ແລະ ການຄຸ້ມຄອງທີ່ອ່ອນແອ.  ການຢຸດງານໂດຍອົງການເພື່ອນຮ່ວມອາຊີບໃຫຍ່ອັນດັບທີ 2 ແລະ ທີ 3 ຂອງຝລັ່ງ ເຊິ່ງແມ່ນ UNSA-ICNA ແລະ USAC-CGT ດຳເນີນ. ບັນດາອົງການເພື່ອນຮ່ວມອາຊີບໄດ້ຮຽກຮ້ອງໃຫ້ປັບປຸງເງື່ອນໄຂເຮັດວຽກ, ເພີ່ມບຸກຄະລາກອນ, ພ້ອມທັງອອກສຽງເວົ້າກ່ຽວກັບສະພາບການລະບົບເຕັກນິກທີ່ຫຼ້າຫຼັງ ແລະ ບັນດາວິທີການຄຸ້ມຄອງທີ່ບໍ່ເໝາະສົມກັບຄວາມຮຽກຮ້ອງຕ້ອງການທາງດ້ານຄວາມປອດໄພ ແລະ ຄວາມເປັນປົກກະຕິ. ເຖິງຢ່າງໃດກໍຕາມ, ອົງການເພື່ອນຮ່ວມອາຊີບໃຫຍ່ທີ່ສຸດຂອງ ຝລັ່ງ ເຊິ່ງແມ່ນ SNCTA ບໍ່ໄດ້ເຂົ້າຮ່ວມການຢຸດງານ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ຈູດ​ທູບ​ໃຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສຸ​ສານ ມາຍ​ຢິກ ແລະ ສຸ​ສານ ຮ່າງ​ເຢືອງ

ພິ​ທີ​ຈູດ​ທູບ​ໃຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສຸ​ສານ ມາຍ​ຢິກ ແລະ ສຸ​ສານ ຮ່າງ​ເຢືອງ

ທ່ານ​ນາງ ບຸຍ​ຮ​ວ່ຽນ​ມາຍ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ທາງ​ນະ​ຄອນ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຢ່າງ​ຄົບ​ຊຸດ​ຄື: ຈັດ​ຕັ້ງ​ບັນ​ດາ​ຄະ​ນະ​ລົງ​ຢ້ຽມ​ຢາມ​ຖາ​ມ​ຂ່າວ, ມອບ​ຂອງ​ຂວັນ; ໜູນ​ຊ່ວຍ​ກໍ່​ສ້າງ​ເຮືອນ​ແຫ່ງ​ຄວາມ​ເມດ​ຕາ...

Top