• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ 7 ທ້ອງຖິ່ນໄດ້ອະນຸຍາດໃຫ້ທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນ

      ປັດຈຸບັນລວມມີ 7 ແຂວງ, ນະຄອນຄື ກຽນຢາງ, ກວ໋າງນາມ, ແຄ໊ງຮວ່າ, ດ່າໜັງ ແລະ ກວ໋າງນິງ, ນະຄອນ ໂຮ່ຈີມິນ ແລະ ບິ່ງດິ້ງ ໄດ້ຮັບຄວາມເຫັນດີຈາກລັດຖະບານຕົກລົງໃຫ້ເປັນເຈົ້າການຜັນຂະຫຍາຍການປະຕິບັດການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນມາ ຫວຽດນາມ ຮັບປະກັນຄວາມປອດໄພ ແລະ ມີປະສິດທິຜົນ.
(ພາບປະກອບ: baovanhoa.vn)
      ພາຍຫຼັງທີ່ຍື່ນໜັງສືສະເໜີຕ້ອນຮັບແຂກທ່ອງທ່ຽວສາກົນຄືນໃໝ່ ມາເປັນເວລາ 2 ເດືອນ, ນະຄອນ ໂຮ່ຈີມິນ ແລະ ບິ່ງດິ້ງ ແມ່ນສອງທ້ອງຖິ່ນທີ່ລັດຖະບານໄດ້ຕົກລົງໃຫ້ເປັນເຈົ້າການຜັນຂະຫຍາຍການປະຕິບັດການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນມາ ຫວຽດນາມ ຮັບປະກັນຄວາມປອດໄພ ແລະ ມີປະສິດທິຜົນ. ຕາມເອກະສານຂອງຫ້ອງວ່າການລັດຖະບານແລ້ວ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ສະເໜີໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບບັນດາກະຊວງ, ຂະແໜງການ ຄົ້ນຄວ້າຜັນຂະຫຍາຍດັດປັດ ຄຳແນະນຳຊົ່ວຄາວ ກ່ຽວກັບການປະຕິບັດການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃຫ້ສອດຄ່ອງກັບຂໍ້ກຳນົດຕ່າງໆໃນປັດຈຸບັນ. ເມື່ອເຂົ້າມາ ຫວຽດນາມ ແຂກທ່ອງທ່ຽວສາກົນ ຕ້ອງມີວີຊາ ຕາມຂໍ້ກຳກົດ ເພື່ອຮັບປະກັນການຄວບຄຸມຄວາມປອດໄພ ແລະ ໂລກລະບາດ. ເປັນອັນວ່າ, ປັດຈຸບັນລວມມີ 7 ແຂວງ, ນະຄອນຄື ກຽນຢາງ, ກວ໋າງນາມ, ແຄ໊ງຮວ່າ, ດ່າໜັງ ແລະ ກວ໋າງນິງ, ນະຄອນ ໂຮ່ຈີມິນ ແລະ ບິ່ງດິ້ງ ໄດ້ຮັບຄວາມເຫັນດີຈາກລັດຖະບານ.
        ປັດຈຸບັນ, ຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ກະກຽມແຫຼ່ງກຳລັງ, ຜະລິດຕະພັນທ່ອງທ່ຽວ, ລາຍການທ່ອງທ່ຽວ…. ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວສາກົນຄືນໃໝ່.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top