• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ 6 ປະ​ເທດ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​​ມິດຕະ​ພາບ ແລະ ການ​ຮ່ວມ​ມື ຢູ່​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້​ຕື່ມ​ອີກ

ກ່າວຄຳເຫັນທີ່ເຫດການນີ້, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn, ປະທານ ກອງປະຊຸມ AMM-55 ໄດ້ເນັ້ນໜັກວ່າ ເລື່ອງຫຼາຍປະເທດເຂົ້າຮ່ວມ TAC ຄືໃນປັດຈຸບັນ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງສົນທິສັນຍານີ້ ດ້ວຍເປົ້າໝາຍ ແລະ ຫຼັກການພື້ນຖານໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍມິດຕະພາບ ແລະ ພ້ອມກັນຍືນຍົງຄົງຕົວຢ່າງມີສັນຕິພາບ.
  ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນແຊນ ຖ່າຍຮູບເປັນທີ່ລະນຶກກັບທ່ານເລຂາທິການໃຫຍ່ ອາຊຽນ ແລະ ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ (ພາບ: TTXVN)  

ວັນທີ 3 ສິງຫາ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 (AMM - 55) ຢູ່ພະນົມເປັນ, ປະເທດກຳປູເຈຍ, ບັນດາຜູ້ຕາງໜ້າຂອງປະເທດ ແດນມາກ, ເກຼັກ, ໂອມານ, ກາຕາ ແລະ ສະຫະລັດ ອາຣັບ ເອມີເຣັດ (UAE) ໄດ້ລົງນາມເອກະສານເຂົ້າຮ່ວມສົນທິສັນຍາມິດຕະພາບ ແລະ ຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ (TAC), ພາຍໃຕ້ການເປັນສັກຂີພິຍານຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ. ດັ່ງນັ້ນ, ມາຮອດປັດຈຸບັນ ສົນທິສັນຍານີ້ ມີ 49 ປະເທດສະມາຊິກເຂົ້າຮ່ວມ.

ກ່າວຄຳເຫັນທີ່ເຫດການນີ້, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn, ປະທານ ກອງປະຊຸມ AMM-55 ໄດ້ເນັ້ນໜັກວ່າ ເລື່ອງຫຼາຍປະເທດເຂົ້າຮ່ວມ TAC ຄືໃນປັດຈຸບັນ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງສົນທິສັນຍານີ້ ດ້ວຍເປົ້າໝາຍ ແລະ ຫຼັກການພື້ນຖານໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍມິດຕະພາບ ແລະ ພ້ອມກັນຍືນຍົງຄົງຕົວຢ່າງມີສັນຕິພາບ.

TAC ແມ່ນສົນທິສັນຍາສັນຕິພາບ ໄດ້ລົງນາມເມື່ອປີ 1976 ລະຫວ່າງບັນດາປະເທດສະມາຊິກ ອາຊຽນ ເພື່ອແນໃສ່ສ້າງກົດແຫ່ງ ການປະພຶດກ່ຽວກັບການພົວພັນລະຫວ່າງບັນດາປະເທດໃນພາກພື້ນ, ຊຸກຍູ້ສັນຕິພາບ, ການພົວພັນມິດຕະພາບ ແລະ ການຮ່ວມມືຕະຫຼອດໄປບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ, ບົນຫຼັກການບໍ່ແຊກແຊງ ແລະ ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top