• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະຕິລັດຖະບານກ່ຽວກັບໜ້າທີ່, ມາດຕະການແກ້ໄຂຕົ້ນຕໍໃນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມປີ 2019

ວັນທີ 01 ມັງກອນ, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 01 ກ່ຽວກັບໜ້າທີ່, ມາດຕະການແກ້ໄຂຕົ້ນຕໃນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ແຜນງົບປະມານແຫ່ງລັດ 2019.

(ພາບປະກອບ)

ຕາມມະຕິແລ້ວ, ຄາດໝາຍລວມຂອງແຜນການປີ 2019 ແມ່ນສືບຕໍ່ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຍົກສູງສະມັດຕະພາບ, ປະສິດທິຜົນ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ສູ້ຊົນໃຫ້ GDP ປີ 2019 ເພີ່ມຂຶ້ນປະມານ 6,8%; ສູ້ຊົນນຳວົງເງິນການຄ້າສົ່ງອອກໃຫ້ບັນລຸແຕ່ 8 – 10%.

        ມາດຕະການສຳຄັນເພື່ອພັດທະນາເສດຖະກິດ, ສັງຄົມປີ 2019 ແມ່ນສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຊຸກຍູ້ເສດຖະກິດເຕີບໂຕ. ພ້ອມກັນນັ້ນແມ່ນຍູ້ແຮງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ນຳໃຊ້ວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າ ແລະ ນຳໃຊ້ການປະຕິວັດອຸດສາຫະກຳ 4.0 ຢ່າງມີປະສິດທິຜົນ…

        ແລະກໍ່ໃນວັນທີ 01 ມັງກອນ, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 02 ກ່ຽວກັບເລື່ອງສືບຕໍ່ປະຕິບັດບັນດາໜ້າທີ່, ມາດຕະການຕົ້ນຕໍເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດປີ 2019 ແລະ ກຳນົດທິດຮອດປີ 2021.

(ແຫຼ່ງຄັດຈາກ VOV)


ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top