• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອ​ບ​ລາ​ງວັນ ແບບ​ຢ່າງໄວ​ໜຸ່ມ​ ​ຫວຽດ​ນາມ ດີ​ເດັ່ນ​ປີ 2025

ຕອນຄ່ຳວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ກອງທຶນໜູນຊ່ວຍຜູ້ມີຄວາມເກັ່ງກ້າສາມາດໜຸ່ມ ຫວຽດນາມ ໄດ້ຈັດພິທີມອບລາງວັນ ແບບຢ່າງ ໄວໜຸ່ມຫວຽດນາມ ດີເດັ່ນປີ 2025.
  ພິທີມອບລາງວັນ ແບບຢ່າງ ໄວໜຸ່ມຫວຽດນາມ ດີເດັ່ນປີ 2025 (ພາບ: Vân Chi – TTXVN)  
ດ້ວຍເອກະສານສະເໜີ 145 ຊຸດຂອງ 37 ຫົວໜ່ວຍໃນທົ່ວປະເທດ, ຜ່ານການພິຈາລະນາຄັດເລືອກ 2 ຮອບ ແລະ ການຄັດເລືອກແບບທາງໄກ, ສະພາລາງວັນໄດ້ເລືອກເອົາແບບຢ່າງໄວໜຸ່ມ ຫວຽດນາມດີເດັ່ນ ປິ 2025 ລວມ 10 ຄົນ. ໄວໜຸ່ມແຕ່ລະຄົນທີ່ໄດ້ຮັບການເຊີດຊູ ລ້ວນແຕ່ມີເລື່ອງລາງສ້າງແຫຼ່ງບັນດານໃຈຢ່າງແຮງ, ບໍ່ພຽງແຕ່ຜ່ານຜ່າຂໍ້ຈຳກັດຂອງຕົນເອງ ເພື່ອປະດິດຄິດສ້າງ ແລະ ອຸທິດສ່ວນໃຫ້ແກ່ປະຊາຄົມ, ປະເທດຊາດເທົ່ານັ້ນ ຫາກຍັງຮັບຜິດຊອບບັນດາທີ່ຕັ້ງບົດບາດຄຸ້ມຄອງ, ຖ່າຍທອດພູມປັນຍາ - ເຕັກໂນໂລຢີ ແລະ ບົດຮຽນປະສົບການໄປສູ່ລຸ້ນໜຸ່ມຕໍ່ໄປ, ການ Startup, ພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ອອກສູ່ຕະຫຼາດໂລກອີກດ້ວຍ. ຢູ່ລາຍການ, ສະພາລາງວັນກໍ່ໄດ້ເຊີດຊູໄວໜຸ່ມທີ່ມີແງ່ຫວັງຫວຽດນາມດີເດັ່ນ ປີ 2025 9 ຄົນ.

່(ແຫຼ່ງຄັດຈາກ VOV)

ການ​ເຕີບ​ໂຕ​ຕ້ອງ​ມີ​ຄວາມແທ້​ຈິງ, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ການ​ເຕີບ​ໂຕ​ຕ້ອງ​ມີ​ຄວາມແທ້​ຈິງ, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ໜຶ່ງໃນບັນດາເນື້ອໃນສຳຄັນທີ່ ທ່ານ ໂຕເລິມ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຕື້ອງເຖິງ ເມື່ອກ່າວຄຳປາໄສອັດກອງປະຊຸມສູນກາງ ທີ່ຈັດຂຶ້ນໃນວັນທີ 25 ມີນາ ແມ່ນເປົ້າໝາຍການເຕີບໂຕເສດຖະກິດ “ສອງຕົວເລກ”. ທ່ານເລຂາທິການໃຫ່ຍໄດ້ຍົກອອກສີ່ຫຼັກການແກ່ນສານເພື່ອຄວບຄຸມວິທີເດີນຕາມເປົ້າໝາຍດັ່ງກ່າວ. ນັ້ນແມ່ນການເຕີບໂຕຕ້ອງມີຄວາມແທ້ຈິງ; ຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ; ຕ້ອງນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນ ແລະ ຕ້ອງມຸ່ງໄປເຖິງການຍົກສູງຊີວິດຂອງ ປຊຊ, ຮັບປະກັນຄວາມຍຸດຕິທຳໃນສັງຄົມ.

Top