• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຫຼຽນ​ໄຊ​ມິດ​ຕະ​ພາບຂອງ​ລັດ ລາວ ໃຫ້​ແກ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ - ມະ​ຫາ​ວິ​ທະ​ຍາ​ໄລ​ທ໊າຍງວຽນ

ນັບແຕ່ປີ 2015 ມາຮອດປັດຈຸບັນ, ໂຮງຮຽນມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລ ທ໊າຍງວຽນ ໄດ້ຕ້ອນຮັບ ແລະ ບຳລຸງສ້າງ ນັກສຶກສາລາວເກືອບ 1000 ຄົນ.
  ມອບຫຼຽນໄຊມິດຕະພາບຂອງລັດ ລາວ ໃຫ້ແກ່ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລ ທ໊າຍງວຽນ (ພາບ: baothainguyen.vn)  
ວັນທີ 26 ຕຸລາ, ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລ ທ໊າຍງວຽນ (ແຂວງທ໊າຍງວຽນ) ໄດ້ຈັດພິທີມອບຮັບຫຼຽນໄຊມິດຕະພາບຂອງລັດ ລາວ. ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລທ໊າຍງວຽນ ໂດຍກະຊວງສຶກສາທິການ ແລະ ບຳລຸງສ້າງ ມອບໝາຍໜ້າທີ່ໃຫ້ບຳລຸງສ້າງພາສາ ຫວຽດ, ບຳລຸງສ້າງຂັ້ນປະລິນຍາຕີ, ປະລິນຍາໂທ ໃຫ້ແກ່ນັກສຶກສາສາກົນ ເວົ້າລວມ ແລະນັກສຶກສາລາວເວົ້າສະເພາະ. ນັບແຕ່ປີ 2015 ມາຮອດປັດຈຸບັນ, ໂຮງຮຽນໄດ້ຕ້ອນຮັບ ແລະ ບຳລຸງສ້າງ ນັກສຶກສາລາວເກືອບ 1000 ຄົນ, ໃນນັ້ນບຳລຸງສ້າງພາສາຫວຽດມີ 450 ຄົນ, ປະລິນຍາຕີມີ 160 ຄົນ, ປະລິນຍາໂທມີ 175 ຄົນ, ປະລິນຍາເອກ 11 ຄົນ. ນັກສຶກສາ, ນັກສຳມະນາກອນພາຍຫຼັງຮຽນຈົບ ໄດ້ເຂົ້າຮ່ວມ ຖັນແຖວຄູອາຈານຢູ່ຕາມມະຫາວິທະຍາໄລ, ວິທະຍາໄລ ແລະ ໂຮງຮຽນມັດທະຍົມແຫ່ງຕ່າງໆຂອງລາວ. ທາງໂຮງຮຽນຍາມໃດກໍ່ເອົາໃຈໃສ່ລະດົມໃຈ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ນັກສຶກສາໃນວິວັດການຄົ້ນຄ້ວາ ແລະ ຮ່ຳຮຽນ. ນອກຈາກທຶນການສຶກສາຕາມສັນຍາລະຫວ່າງສອງລັດຖະບານແລ້ວ, ນັບແຕ່ປີ 2015 ມາຮອດປັດຈຸບັນ, ທາງໂຮງຮຽນຍັງໄດ້ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາລາວ ເກືອບ 300 ຄົນຕື່ມອີກ ດ້ວຍຄ່າໃຊ້ຈ່າຍປະມານ 3 ຕື້ດົ່ງ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top