• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບທຸງຊາດ 2000ໃບໃຫ້ແກ່ຊາວປະມົງຕິດພັນກັບທະເລ

      ວັນທີ 6 ມິຖຸນາ, ຢູ່ທ່າກ່ຳປັນຫາປາ ມີທໍ, ນະຄອນມີທໍ, ແຂວງຕຽນຢາງ, ສະຫະພັນ ແຮງງານແຂວງຕຽນຢາງ ແລະ ສະຫະສະມາຄົມວິສາຫະກິດແຂວງ ໄດ້ສົມທົບກັບໜັງສືພິມ ຜູ້ອອກແຮງງານ ຈັດຕັ້ງພິທີມອບທຸງຊາດ 2000 ໃບ ໃຫ້ແກ່ຊາວປະມົງ.

ພິທີມອບທຸງຊາດ ແລະ ຂອງຂວັນໃຫ້ແກ່ຊາວປະມົງ (ພາບ: TTXVN)
      ນີ້ແມ່ນການເຄື່ອນໄຫວຕົ້ນຕໍ ຂອງລາຍການ “ທຸງຊາດ 1 ລ້ານໃບ ພ້ອມກັບຊາວປະມົງຕິດພັນກັບທະເລ” ໃຫ້ຊາວປະມົງ ທີ່ຂຶ້ນກັບບັນດາອົງການຂຸດຄົ້ນ ສິນທະເລຢູ່ແຂວງ ຕຽນຢາງ ໂດຍສະຫະສະມາຄົມວິສາຫະ ກິດແຂວງ ຕຽນຢາງ ແລະ ໜັງສືພິມຜູ້ອອກແຮງງານປຸກລະດົມຢູ່ແຂວງ ຕຽນຢາງ.
            ລາຍການ “ທຸງຊາດ 1 ລ້ານໃບພ້ອມກັບຊາວປະມົງຕິດພັນກັບທະເລ” ໂດຍໜັງສືພິມຜູ້ອອກແຮງງານປຸກລະດົມ ແລະ ປະຕິບັດແຕ່ວັນທີ 1 ມິຖຸນາ 2019, ມາຮອດປັດຈຸບັດ ໄດ້ມອບທຸງຊາດກ່ວາ 100.000 ໃບຢູ່ແຂວງ, ນະຄອນຫຼາຍແຫ່ງໃນທົ່ວປະເທດຄື: ບາກລຽວ, ກ່າເມົາ, ກຽນຢາງ, ຕຽນຢາງ, ກ໋ວາງຫງາຍ, ບ່າເຣີຍ, ວຸງເຕົາ, ແຄັງຮ່ວາ, ເງະອານ, ບິ່ງດິງ, ບິ່ງທ້ວນ, ນະຄອນໂຮ່ຈີມິນ… ໄດ້ປະກອບສ່ວນຕໍ່ກຳລັງແຮງ, ລະດົມກຳລັງໃຈໃຫ້ແກ່ຊາວປະມົງຢູ່ 28 ແຂວງ, ນະຄອນທີ່ຕິດພັນກັບທະເລ.
(ແຫຼ່ງຄັດຈາກ VOV)
 

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top