• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຈົດໝາຍທາງການທູດຄັດຄ້ານ, ຮຽກຮ້ອງໃຫ້ຈີນຊົດເຊີຍບັນດາຄວາມເສຍຫາຍຂອງຊາວປະມົງຫວຽດນາມຢ່າງສົມເຫດສົມຜົນ

      ເຮືອຫາປາໝາຍເລກ QNg 90617 TS ແລະຊາວປະມົງຫວຽດນາມພວມເຄື່ອນໄຫວເປັນປົກກະຕິຢູ່ເຂດທະເລຂຶ້ນກັບໝູ່ເກາະຮ່ວາງຊາຂອງຫວຽດນາມ ຖືກກ່ຳປັ່ນຕຳຫຼວດທະເລຈີນກີດຂວາງແລະຕຳໃສ່ໃຫ້ຈົມນ້ຳ.

ທ່ານນາງເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ
(ພາບ: TTXVN)
      ວັນທີ 03 ເມສາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂໍ້ມູນຂ່າວທີ່ວ່າເຮືອຫາປາໝາຍເລກ QNg 90617 TS ພ້ອມກັບຊາວປະມົງຫວຽດນາມ 8 ຄົນຖືກອຸບັດຕິເຫດຢູ່ເຂດເກາະຟູ໊ເລິມ, ໝູ່ເກາະຮ່ວາງຊາຂອງຫວຽດນາມ, ທ່ານນາງເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ: ເຮືອຫາປາໝາຍເລກ QNg 90617 TS ແລະຊາວປະມົງຫວຽດນາມພວມເຄື່ອນໄຫວເປັນປົກກະຕິຢູ່ເຂດທະເລຂຶ້ນກັບໝູ່ເກາະຮ່ວາງຊາຂອງຫວຽດນາມ ຖືກກ່ຳປັ່ນຕຳຫຼວດທະເລຈີນກີດຂວາງແລະຕຳໃສ່ໃຫ້ຈົມນ້ຳ.
ຄືດັ່ງການຢືນຢັນເປັນຫຼາຍຄັ້ງແລ້ວວ່າ, ຫວຽດນາມມີພະຍານຫຼັກຖານດ້ານປະຫວັດສາດແລະນິຕິກຳຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມສຳລັບ 2 ໝູ່ເກາະຮ່ວາງຊາແລະເຈື່ອງຊາແມ່ນເໝາະສົມກັບກົດໝາຍສາກົນ.ການກະທຳຂອງກ່ຳປັ່ນຕຳຫຼວດທະເລຈີນໄດ້ລ່ວງລະເມີດອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາ, ກໍ່ຄວາມເສຍຫາຍທາງດ້ານຊັບສິນ, ນາບຂູ່ເຖິງຊີວິດອິນຊີແລະຜົນປະໂຫຍດອັນຊອບທຳຂອງຊາວປະມົງຫວຽດນາມ, ໄປຝືນກັບຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດກ່ຽວກັບບັນດາການປະພຶດມະນຸດສະທຳສຳລັບຊາວປະມົງແລະຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາຢູ່ທະເລຫວຽດນາມ - ຈີນ.ການກະທຳນີ້ກໍ່ໄດ້ໄປຝືນກັບເນື້ອໃນຈິດໃຈຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ກໍໃຫ້ເກີດສະພາບການຊັບສົນແລະບໍ່ມີຜົນປະໂຫຍດຕໍ່ການພົວພັນລະຫວ່າງ 2 ປະເທດ, ກໍຄືຮັກສາສັນຕິພາບ,ສະຖຽນລະພາບ, ຄວາມໝັ້ນຄົງແລະການຮ່ວມມືຢູ່ທະເລຕາເວັນອອກ.
ວັນທີ 03 ເມສາ 2020, ຜູ້ຕາງໜ້າກະຊວງການຕ່າງປະເທດຫວຽດນາມໄດ້ພົວພັນຕິດຕໍ່ກັບຜູ້ຕາງໜ້າສະຖານທູດຈີນແລະມອບຈົດໝາຍທາງການທູດ ເພື່ອຄັດຄ້ານ, ຮຽກຮ້ອງໃຫ້ຝ່າຍຈີນສືບສວນເຮັດແຈ້ງ, ລົງໂທດຕໍ່ພາລະກອນກ່ຳປັ່ນລັດຖະການແລະກ່ຳປັ່ນຕຳຫຼວດຈີນດັ່ງກ່າວຢ່າງເຂັ້ມງວດ, ບໍ່ປະໃຫ້ເກີດບັນດາການກະທຳທີ່ຄ້າຍຄືກັນ, ພ້ອມທັງຊົດເຊີຍບັນດາຄວາມເສຍຫາຍໃຫ້ແກ່ຊາວປະມົງຫວຽດນາມຢ່າງສົມເຫດສົມຜົນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top