• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຂໍ້​ຕົກ​ລົງ​ໃຫ້​​ນາຍທະ​ຫານ ຫວຽດ​ນາມ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສຳ​ນັກ​ງານ ສ​ປ​ຊ

ຕອນເຊົ້າວັນທີ 12 ມີນາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງ ປະທານປະເທດໃຫ້ແກ່ນາຍທະຫານໄປປະຕິບັດໜ້າທີ່ຢູ່ ສຳນັກງານ ສປຊ; ສະຫຼຸບອາຍຸການປະຕິບັດງານໃຫ້ນາຍທະຫານ ຫວຽດນາມ ທີ່ປະຕິບັດສຳເລັດອາຍຸການຢູ່ຄະນະຮັກສາສັນຕິພາບ ສປຊ ປະຈຳ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ.
ທ່ານພົນໂທ ຫງວຽນຈິຫວິ້ງ ກ່າວຄຳເຫັນທີ່ພິທີມອບຂໍ້ຕົກລົງໃຫ້ນາຍທະຫານ ຫວຽດນາມ ໄປປະຕິບັດໜ້າທີ່ຢູ່ ສຳນັກງານ ສປຊ (ພາບ: TTXNV)

ທ່ານພົນໂທ ຫງວຽນຈິຫວິ້ງ ໄດ້ມອບຂໍ້ຕົກລົງໃຫ້ແກ່ທ່ານພັນຕີ ເຈິ່ນດຶກເຫືອງ, ກົມຮັກສາສັນຕິພາບ ຫວຽດນາມ ໄປປະຕິບັດໜ້າທີ່ ເປັນນາຍທະຫານເສນາທິການ ແຜນການຂຶ້ນກັບພະແນກແຜນການການທະຫານ, ຫ້ອງການບັນດາບັນຫາການທະຫານ, ກົມເຄື່ອນໄຫວຮັກສາສັນຕິພາບ ຢູ່ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ.

        ເມື່ອຕີລາຄາກ່ຽວກັບໝາກຜົນການປະຕິບັດໜ້າທີ່ຂອງນາຍທະຫານ ຫວຽດນາມ ຢູ່ ສປຊ, ທ່ານພົນໂທ ຫງວຽນຈິຫວິ້ງ ຢັ້ງຢືນ ລະດັບຄວາມຮູ້, ຄວາມສາມາດ, ຄວາມກ້າວໜ້າຢ່າງກະໂດດຂັ້ນຂອງບັນດານາຍທະຫານ ຫວຽດນາມ ເມື່ອເຂົ້າຮ່ວມການເຄື່ອນໄຫວ ຮັກສາສັນຕິພາບ ສປຊ ແລະ ໄດ້ຮັບການຕີລາຄາວ່າ ປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ ແລະ ບັນລຸຜົນງານດີເດັ່ນໃນຫຼາຍດ້ານ. ທ່ານຫວັງວ່າ, ບັນດານາຍທະຫານ ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ກົມຮັກສາສັນຕິພາບ ຫວຽດນາມ, ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນປະສົບການກັບບັນດານາຍທະຫານ ຫວຽດນາມ ທີ່ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໃນໄລຍະຈະມາເຖິງ. 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top